ນາຍົກລັດຖະມົນຕີໂຮນລັງຢ້ຽມຢາມຫວຽດນາມຢ່າງເປັນທາງການ

ນາຍົກລັດຖະມົນຕີໂຮນລັງຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ແລະ ທ່ານ​ນາຍ​ົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ
(ພາບ: VNA)

(​vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນຂອງ​ທ່ານ​ນາຍ​ົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ້ງ, ທ່ານ​ນາ​ຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte ໄດ້ມາຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 16 – 17/6/2014. ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte  ເພື​່ອ​ແນ​ໃສ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ທຸກ​ດ້ານ​ລະຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມີ​ປະສິດທິ​ຜົນ ​ແລະ ​ແລກປ່ຽນ​ບາງ​ບັນຫາ​ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາ​ມສົນ​ໃຈ.

        ໜັງສືພິມຢູ່ ຫວຽດນາມ ສະບັບ​ອອກ​ວັນ​ທີ 16/6 ​ໄດ້​ໃຫ້​ຂ່າວ, ບົດ​ກ່ຽວ​ກັບ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງທ່ານ​ນາຍົກລັດຖະມົນຕີ ​ໂຮ​ນລັງ Mark Rutte. ບົດ​ນຳ “ຊຸກຍູ້​ການ​ພົວພັນ ຫວຽດນາມ - ​ໂຮ​ນລັງ ກ້​າວ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ” ​ເນັ້ນ​ໜັກ​ວ່າ: ການ​ຢ້ຽ​ມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຂອງ​ນາຍົກລັດຖະມົນຕີ Mark Rutte ​ແມ່ນ​ເຫດການ​ການ​ເມືອງ​ສຳຄັນ, ປະ​ກອບສ່ວນ​ນຳ​ການ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ ລະຫວ່າງ 2 ປະ​ເທດ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

        ໜັງສື​ພິມ ກວນ​ໂດ້ຍ​ເຍີ​ນ​ເຢີ​ນ ສຽງຂອງກອງທັບປະຊາຊົນ ຫວຽດນາມ ​ໄດ້​ລົງ​ພິມ​ບົດ​ນຳ “ບາດກ້າວ​ໃໝ່​ໃນ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ ຫວຽດນາມ - ​ໂຮ​ນລັງ”. ບົດ​ນຳ​ໄດ້​ຊີ້​ແຈ້ງ​ໃນ​ໄລ​ຍະ​ຜ່ານ​ມາ ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ​ໂຮ​ນລັງ​ພວມ​ພັດທະນາ​ອັນ​ດີງາມ​ໃນ​ທຸກ​ຂົງ​ເຂດ ​ແລະ ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ.

       



ຂ່າວ/ບົດ​ອື່ນ