ນາຍົກລັດຖະມົນຕີໄທ ຖະແຫຼງຍຸບເລີກສະພາ ແຫ່ງຊາດ

ນາຍົກລັດຖະມົນຕີໄທ ຖະແຫຼງຍຸບເລີກສະພາ ແຫ່ງຊາດ - ảnh 1
(ທ່ານ​ນາງ​ນາຍົກລັດຖະມົນຕີໄທ ຍິງຣັກ ສິນນະ​ວັດ)

(vovworld) - ຕອນ​ເຊົ້າ​ວັນ​ທີ 09/12, ທ່ານ​ນາງ​ນາຍົກລັດຖະມົນຕີ, ທັງ​ເປັນ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ ຍິງຣັກ ສິນນະ​ວັດ ​ໄດ້ຖະ​ແຫຼ​ງທາງ​ໂທລະພາບ​ແຫ່ງ​ຊາດ​ກ່ຽວ​ກັບ​ເລື່ອງ​ທ່ານ​ນາງ​​ໄດ້​ຕົກລົງ​​ສະ​ເໜີ​​ພະ​ບາດ​ສົມ​ເດັດ​ພະ​ເຈົ້າ​ມະຫາ​ຊີວິດ ​ໃຫ້​ສັດຕະຍາບັນ​ຮ່າງ​ລັດຖະດຳລັດ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດຂອງ​ປະ​ເທດ​ນີ້. ທ່ານນາງ ຍິງຣັກ ສິນນະ​ວັດ ​ຍັງໃຫ້​ຮູ້​ວ່າ, ທ່ານ​ນາງ ​ແລະ ບັນ​ດາ​ອົງການ​ທີ່​ກ່ຽວຂ້ອງ​ຈະພິຈາລະນາ​ກຳນົດ​ວັນ​ເລືອກ​ຕັ້ງ​ຄັ້ງໃໝ່​ໃນ​ຈຸດ​ເວລາ​ໄວ​ທີ່​ສຸດ. ​ໃນ​​ໄລຍະ​ນີ້, ທ່ານ​ນາງ​ນາ​ຍົກ​ລັດຖະມົນຕີ ຍິງຣັກ ສິນນະ​ວັດ ​ແລະ ລັດຖະບານ​ໂທ ຍັງ​ຮັບຜິດຊອບ​ໜ້າ​ທີ່​ຊົ່ວຄາວເພື່ອ​ບໍລິຫານ​ວຽກ​ງານ​ຂອງ​ປະ​ເທດ​ຮອດ​ເວລາ​ທີ່​ມີ​ລັດຖະບານ​ໃໝ່.

   ໃນຂະນະ​ນັ້ນ, ຄະນະ​ຊີ້​ນຳ​ການແຫ່​ຂະ​ບວນຕ້າ​ນລັດຖະບາ​ນຍັງ​ຖະ​ແຫຼ​ງວ່າ ຈະ​ສືບ​ຕໍ່ດຳ​ເນີນການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່​ສຳນັກງານນາຍົກລັດຖະມົນຕີ, ຍ້ອນ​ຖື​ວ່າ​ທ່ານ​ນາງ​ນາຍົກລັດຖະມົນຕີ ຍິງຣັກ ສິນນະ​ວັດ ​ໄດ້​ອອກ​ຄຳ​ຕັດສິນ​ຍຸບ​ເລີກ​ສະພາ​ແຫ່ງ​ຊາດ, ​ແຕ່​ລັດຖະບານ​ຊົ່ວຄາວຍັງ​ຄົງ​ຕົວ​ຢູ່. ຄະນະ​ການ​ນຳ​ແຫ່​ຂະ​ບວນປະ​ທ້ວງ​ໃຫ້​ຮູ້​ວ່າ ​ເຂົາ​ເຈົ້າ​ພ້ອມ​ແລ້ວ​ທີ່ຈະ​ສ້າງ​ຕັ້ງ “ສະພາ​ແຫ່ງ​ຊາດ​ປະຊາຊົນ”.

ຂ່າວ/ບົດ​ອື່ນ