ນາຍົກລັດຖະມົນຕີໄທ ປົກປ້ອງຮ່າງກົດໝາຍ ອະໄພຍະໂທດ ທີ່ກໍ່ການໂຕ້ຖຽນກັນ

ນາຍົກລັດຖະມົນຕີໄທ ປົກປ້ອງຮ່າງກົດໝາຍ ອະໄພຍະໂທດ ທີ່ກໍ່ການໂຕ້ຖຽນກັນ - ảnh 1
(ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ສິນ​ນາ​ວັດ)

(vovworld) - ວັນ​ທີ 05 ພະຈິກ, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຍິງຣັກ ສິນ​ນາ​ວັດ ​ໄດ້​ອອກສຽງ​ປົກ​ປ້ອງໃຫ້​ຮ່າງ​ກົດໝາຍ​ອະ​ໄພ​ຍະ​ໂທດ​ທີ່​ພວມ​ກໍ່​ຄວາມ​ໂຕ້​ຖຽງກັນ​​ໃນຫາງ​ສຽງພາຍ​ໃນ​ປະ​ເທດ, ​ເຊິ່ງ​ແມ່ນ​​ເຫດທີ່​ກໍ່​ໃຫ້​ເກີດ​ບັດ​ດາ​ການ​ແຫ່ຂະ​ບວນ​ຄັດຄ້ານ​ລັດຖະບານ​ໃນ​ຫຼາຍ​ມື​ຜ່ານ​ມາ. ກ່າວ​ຄຳ​ເຫັນ​ທາງ​ໂທລະ​ພາບ, ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ ຢືນຢັນ​ວ່າ ​ເລື່ອງ​ອະ​ໄພ​ຍະ​​ໂທດ​ແມ່ນ​ມີ​ຄວາມຈຳ​ເປັນ ​​ເພື່ອ​ໂຮມ​ປະ​ເທດ​​ເປັນ​ເອກະ​ພາບ ພາຍຫຼັງ​ຫຼາຍ​ປີ​ທີ່​​ເກີດ​ຄວາມ​ວຸ້ນວາຍ ​​​ເຊິ່ງເຄີຍ​ພາ​ໄປ​ເຖິງ​ການ​ປາບ​ປາມ​ທີ່​ນອງ​ເລືອດ​ຂອງ​ລັດຖະບານສຳລັບ​ຜູ້​ແກ່​ຂະ​ບວນປະ​ທ້ວງຝ່າຍ​ເສື້ອ​ແດງ​ ທີ່​ສະໜັບ​ສະ​ໜູນ​​ອະ​ດີດນາຍົກລັດຖະມົນຕີ ທັກສິນ ສິນ​ນະ​ວັດ ​ເມື່ອ​ປີ 2010 ​ເຮັດ​ໃຫ້​ສາມັນ​ຊົນຫຼາຍ​ຄົນ​ເສຍ​ຊີວິດ.

        ​ໃນ​ຂະນະ​ນັ້ນ, ພັກ​ປະຊາ​ທິປັດ ພັດ​ວິຕົກ​ກັງວົນ​ວ່າ, ຮ່າງ​ກົດໝາຍ​ນີ້ ຈະ​ລົບ​ລ້າງ ບັນດາ​ການ​ກະທຳ​ຜິດ​​ພາດໃນ​ເມື່ອກອນ, ​ໃນ​ນັ້ນ​ມີ​ການ​ເຂັ່ນຂ້າ​ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ທີ່​ບໍ່ປະກອບ​​ອາວຸດ. ບັນດາ​ຜູ້​ຄັດຄ້ານ​ຮ່າງ​ກົດໝາຍ​ນີ້​ຖື​ວ່າ ອະ​ດີດນາຍົກລັດຖະມົນຕີ ທັກສິນ ສິນ​ນະ​ວັດ, ​ເປັນອ້າຍ​ຂອງ​ທ່ານ​ນາງ​ນາຍົກລັດຖະມົນຕີ​ໄທ​ປະຈຸ​ບັນ ​ແມ່ນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຼາຍ​ກວ່າ​ໝູ່ ຖ້າ​ຫາກ​ຮ່າງ​ກົດໝາຍ​ອະ​ໄພ​ຍະ​ໂທດນີ້​ໄດ້​ຮັບ​ການ​ຮັບຮອງ​​ເອົາ.

ຂ່າວ/ບົດ​ອື່ນ