ນາຍົກລັດຖະມົນຕີໄທຢືນຢັນການເຄື່ອນໄຫວທັງໝົດຂອງລັດຍັງຄົງເປັນປົກກະຕິ

ນາຍົກລັດຖະມົນຕີໄທຢືນຢັນການເຄື່ອນໄຫວທັງໝົດຂອງລັດຍັງຄົງເປັນປົກກະຕິ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ
(ພາບ: TTXVN)

(vovworld) - ​ວັນ​ທີ 16/10, ໂຄສົກ​ຂອງ​ລັດຖະບານ​ໄທ, ພົນ​ຕີ ສັນ​ເສີນ ​ແກ້ວ​ກຳ​ເນີ​ດ ​ໃຫ້​ຮູ້​ວ່າ, ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ ​ຢືນຢັນ​ວ່າ, ​ໃນ​ໄລຍະ​ໄວ້​ທຸກ ພະ​ບາດ​ສົມ​ເດັດ ພະ​ເຈົ້າ​ມະຫາ​ຊີວິດ ພູມີ​ພົນ ອະ​ດູ​ນຢາ​ເດດ, ການ​ເຄື່ອນ​ໄຫວ​ທັງ​ໝົດ​ຂອງ​ລັດ​ຍັງ​ຄົງ​ເປັນ​ປົກກະຕິຢູ່. ຕາມ ທ່ານ ສັນ​ເສີນ ​ແກ້ວ​ກຳ​ເນີ​ດ ​ແລ້ວ, ທ່ານ​ນາຍົກລັດຖະມົນຕີ​ໄທ ປຣາຢຸດ ຈັນ​ໂອ​ຈາ ຢາກ​ຮັບປະກັນ​ກັບ​ປະຊາຊົນ​ວ່າ, ບໍ່​ມີ​ເລື່ອງ​ຢຸດຕິ​ໃນ​ການ​ເຄື່ອນ​ໄຫວ​ຄຸ້ມ​ຄອງ​ລັດ. ຄຳ​ຖະ​ແຫຼ​ງນີ້​ຖືກ​ຍົກ​ອອກ​ມາ​ພາຍຫຼັງ​ການ​ປະຊຸມ​ໃນ​ວັນ​ດຽວ​ກັນ​ຂອງ​ສູນ​ຕິດຕາມ​ກວດກາ​ສະພາບ ​ໂດຍ​ທ່ານ ສຸ​ວະ​ພັນ ຕົນ​ຍຸ​ວັນ​ທະນະ ລັດຖະມົນຕີ​ຫ້ອງ​ວ່າການ​ສຳນັກງານ​ນາຍົກລັດຖະມົນຕີ ​ໄທ​ ເປັນ​ເຈົ້າພາບ​ຈັດ​ຕັ້ງ. ພົນ​ຕີ ທ່ານ ສັນ​ເສີນ ​ແກ້ວ​ກຳ​ເນີ​ດ ​ຢືນຢັນ​ວ່າ, ຂັ້ນ​ຕອນ​ກັບ​ຄືນ​ສູ່​ພື້ນຖານ​ປະຊາທິປະ​ໄຕ ​ເຊິ່ງອຳນາດ​ການ​ປົກຄອງ​ການ​ທະຫານ​ໄດ້​ວາງ​ອອກ ​ບໍ່​ສາມາດ​ປະຕິບັດ​ຕາມ​ແຜນການ​ໄດ້. ຕາມ​ແຜນການ, ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ຈະ​ຈັດ​ຕັ້ງ​ໃນ​ເດືອນ 11/2017.

ຂ່າວ/ບົດ​ອື່ນ