ນາຍົກລັດຖະມົນຕີໄທສ້າງຄວາມອຸ່ນອ່ຽນໃຈໃຫ້ປະຊາຊົນພາຍຫຼັງເກີດບັນດາເຫດລະເບີດ

ນາຍົກລັດຖະມົນຕີໄທສ້າງຄວາມອຸ່ນອ່ຽນໃຈໃຫ້ປະຊາຊົນພາຍຫຼັງເກີດບັນດາເຫດລະເບີດ - ảnh 1
​ສະ​ຖານ​ທີ່​ເກ​ີດເຫດ​ລະ​ເບີດຢູ່​ໄທ
(ພາບ: AFP/TTXVN)


(vovworld) - ຕອນ​ຄ່ຳ​ວັນ​ທີ 12/08, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ປ​ຣະ​ຢຸດ ຈັນ​ໂ​ອ​ຈາ ໄດ້​ອອກ​ສຽງ​ສ້າງ​ຄວາມອຸ່ນ​ອ່ຽນ​ໃຈ ແລະ ໝັ້ນ​ໝາຍ​ຕໍ່​ປະ​ຊາ​ຊົນ​ປະ​ເທດນີ້​ວ່າ ລັດ​ຖະ​ບານ​ຈະ​ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ພົນ​ລະ​ເມືອງ ແລະ ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ບັນ​ດາ​ສະ​ຖ​ານ​ທູດ, ສະ​ຖານກົ​ງ​ສູນ​ໃຫຍ່ ແລະ ພົນ​ລະ​ເມືອງ​ຊາວ​ຕ່າງ​ປະ​ເທດ​​ພວມ​ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢ​ູ່​ໄທ. ກ່າວ​ຄຳ​ເຫັນ​​ໃນ​ລາຍ​ການ​ພິ​ເສດທາງ​ໂທ​ລະ​ພາບ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ປ​ຣະ​ຢຸດ ຈັນ​ໂ​ອ​ຈາ ໄດ້​ເວົ້າ​ວ່າ, ບັນ​ດາ​ເຫດ​ວາງ​ລະ​ເບີດ​ໄດ້​ຊີ້​ໃຫ້​ເຫັນ​ວ່າ “ຍັງ​​ຄົງ​ຕົວ​ບັນ​ດາ​ບຸກຄົນ​ຊົ່ວ​ຮ້າຍ​ຢູ່​ໄທ”, ​ບຸກ​ຄົນ​ເຫຼົ່າ​ນັ້ນ “ເຄີຍ​ທວງທຳ​ລາຍ​ການ​ລົງ​ປະ​ຊາ​ມະ​ຕິ ແລະ ປະ​ຈ​ຸ​ບັນ​ແມ່ນ​ວັນ​ບຸນ​ພິ​ເສດ​ຂອງ​ປະ​ຊາ​ຊົ​ນ - ວັນ​ຄ້າຍ​ວັນ​ເກີດ​ຂອງ​ພະ​ມະ​ເຫ​ສີ”. ທ່ານກໍ່​ສະ​ເໜີ​ໃຫ້​ປະ​ຊາ​ຊົນ​ບໍ່​ກໍ່​ຄວາມ​ດັ່ນ​ຫຼາຍ​ເກີນ​ໄປ​ຕໍ່​ເຈົ້າ​ໜ້າ​ທີ່ ແລະ ຮັບ​ປະ​ກັນ​ວ່າ ລັດ​ຖະ​ບານ​ຈະແຈ​້ງ​ໃຫ້​ປະ​ຊາ​ຊົນ​ຮັບ​ຊາບ​ວິ​ວັດ​ການ​ສືບ​ສວນ​.

        ຢ່າງ​ໜ້ອຍ​ສຸດ​ມີ​ເຫດ​ວາງ​ລະ​ເບີດ 11 ຄັ້ງ, ໃນ​ນັ້ນ​ມີ​ບັນ​ດາ​ເຫດ​ວາງ​ລະ​ເບີດ​ຊ້ອນ ທີ່​ເກີດ​ຂຶ້ນ​ຢູ່ 5 ແຂວງ​ທາງ​ພາກ​ໃຕ້​ຂອງ​ໄທ ໃນ​ຮອບ​ເວ​ລາ 24 ຊົ່ວ​ໂມງ​ຜ່ານ​ມາ, ​ອັນໄດ້​ເຮັດ​ໃຫ້ 4 ຄົນ​ເສຍ​ຊີ​ວິດ ແລະ ນັບ​ສີບໆ​ຄົນ​ຮັບ​ບ​າດ​ເຈັບ, ໃນ​ນັ້ນ​ມີ​ຊາວ​ຕ່າງ​ປະ​ເທດ.

ຂ່າວ/ບົດ​ອື່ນ