ນາຍົກລັດຖະມົນຕີໄທອາດຈະປະກາດໃຊ້ບັນດາລັດຖະທຳມະນູນສະບັບເກົ່າຄືນໃໝ່

ນາຍົກລັດຖະມົນຕີໄທອາດຈະປະກາດໃຊ້ບັນດາລັດຖະທຳມະນູນສະບັບເກົ່າຄືນໃໝ່ - ảnh 1
ທ່ານ​ນາຍົກລັດຖະມົນຕີ​ໄທ ພະຣຸດ ຈັນ​ໂອ​ຈາ
(ພາບປະກອບ: THX/TTXVN)


(vovworld) – ວັນ​ທີ 14/09, ທ່ານ​ນາຍົກລັດຖະມົນຕີ​ໄທ ພະຣຸດ ຈັນ​ໂອ​ຈາ ​ໄດ້​ເຕື້ອງ​ເຖິງ​ຄວາມ​ສາມາດ​ຈະ​ນຳ​​ໃຊ້​ບັນດາ​ລັດຖະທຳ​ມະນູນ​ສະບັບ​ເກົ່າ​ຄືນ​ໃໝ່, ລວມທັງ​ບັນດາ​ຮ່າງລັດ​ຖະທຳ​ມະນູນ​ທີ່​ຫາ​ກໍ​ຖື​ກປະຕິ​ເສດ, ​ໃນ​ກໍລະນີ​ຮ່າງ​ລັດຖະທຳ​ມະນູນສະບັບ​ໃໝ່ ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ໃນ​ການ​ລົງ​ປະຊາມະຕິ. ກ່າວ​ຄຳ​ເຫັນ​ທີ​ພິ​ທີ​ໄຂ​ເວທີ​ປາ​ໄສ​ປຶກສາ​ຫາລື​ກ່ຽວ​ກັບ​​ແຜນການ​ພັດທະນາ​ເສດຖະກິ​ດສັງຄົມ ຄັ້ງ​ທີ 12 ຂອງ​ໄທ​, ທ່ານ ພະຣຸດ ຈັນ​ໂອ​ຈາ ​ໄດ້​ເຕື້ອງ​ເຖິງຄວາມ​ສາ​ມາດ ພິຈາ​ລະນາ​ເລື່ອງ​ສົມທົບ​ບັນດາ​ລັດຖະທຳ​ມະ​ນູນ​ສະບັບ​ປີ 1997 ​ແລະ 2007, ພ້ອມ​ກັບ​ຮ່າງ​ລັດຖະທຳ​ມະນູນ​ທີ່ ຫາ​ກໍ​ຖືກສະພາ​ປະຕິ​ຮູບ​​ແຫ່ງ​ຊາດ ​ປະຕິ​ເສດ, ​ເພື່ອ​ສ້າງ​ເປັນ​ລັດຖະທຳ​ມະນູນ​ສະບັບ​ໃໝ່. ທ່ານ ພະຣຸດ ຈັນ​ໂອ​ຈາ ຍັງ​ຢືນຢັນ​ວ່າ, ຕ້ອງ​ມີ​ກົນ​​ໄກ​ຄື ຄະນະ​ກຳມະການ​​ໄກ່​ເກ່ຍ ​ແລະ ປະຕິ​ຮູບ​ຍຸດ​ທະ​ສາດ​ແຫ່ງ​ຊາດ (NSRRC) ​ແລ​ະ ບັນດາ​ນັກ​ການ​ເມືອງ, ​ໃນ​ນັ້ນ​ມີ​ການ​ນຳ​ພັກ​ປະຊາທິປະ​ໄຕ, ອະ​ດີ​​ດນາຍົກລັດຖະມົນຕີ ອະພິ​ສິດ ​ເວດ​ຊາ​ຊີວະ ຕ້ອງ​ເຂົ້າ​ໃຈ​ວ່າ ​ເຂົ້າ​ເຈົ້າ​ບໍ່​ສາມາດ​ສວຍ​ໃຊ້ສິດ​ອຳນາດ​ເມື່ອ​​ຍາດ​ໄດ້​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ.

ຂ່າວ/ບົດ​ອື່ນ