ນາຍົກລັດຖະມົນຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຊະອຸດີ ອາຣັບເບຍ ແລະ ລັດຖະມົນຕີກະຊວງການຄ້າຕ່າງປະເທດແລະລົງທຶນຕ່າງປະເທດກູບາ

(VOVWORLD) -2 ປະເທດຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການຄ້າ, ແຮງງານ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົມຊ້ອນ ແລະ ມີທ່າແຮງ.

ນາຍົກລັດຖະມົນຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຊະອຸດີ ອາຣັບເບຍ ແລະ ລັດຖະມົນຕີກະຊວງການຄ້າຕ່າງປະເທດແລະລົງທຶນຕ່າງປະເທດກູບາ - ảnh 1  ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ ຊະອຸດີ ອາຣັບເບຍ Saud F.M Al Suwelim

(ພາບ: TTXVN)

ຕອນບ່າຍວັນທີ 10 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຊະອຸດີ ອາຣັບເບຍ Saud F.M Al Suwelim. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ 2 ປະເທດຈະຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດຄືການຄ້າ, ແຮງງານ, ການລົງທຶນ ແລະ ບັນດາຂົງເຂດເຊິ່ງ 2 ປະເທດມີຄວາມສາມາດບົມຊ້ອນ ແລະ ມີທ່າແຮງ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ໃນອາຍຸການນີ້, ທ່ານເອກອັກຄະລັດຖະທູດຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຢ່າງມີປະສິດທິຜົນ ເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃຫ້ພັດທະນາຢ່າງແຮງກວ່າ. ທ່ານນາຍົກລັດຖະມົນຕີກໍ່ສະເໜີໃຫ້ 2 ປະເທດສົມທົບກັນໃຫ້ເປັນຢ່າງດີ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຄ້າຕ່າງປະເທດ ແລະ ລົງທຶນຕ່າງປະເທດກູບາ Rodrigo Malmierca Diaz. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ຫວຽດນາມ ພ້ອມແລ້ວທີ່ຈະແບ່ງປັນ ແລະ ຮ່ວມມືໃນການພັດທະນາເສດຖະກິດສັງຄົມ, ການລົງທຶນ, ໂທລະຄົມມະນາຄົມ, ກະສິກຳ … ກັບກູບາ. ຫວຽດນາມ ຈະສືບຕໍ່ຮ່ວມມືກັບກູບາ ຢ່າງແໜ້ນແຟ້ນເພື່ອຮັບປະກັນການສະໜອງເຂົ້າສານໃຫ້ແກ່ປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ