ນາຍົກລັດຖະມົນອອກຄຳສັ່ງສືບຕໍ່ຍູ້ແຮງການປ້ອງກັນ, ຄວບຄຸມໂລກລະບາດໃນສະພາບການໃໝ່

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຫາກໍ່ອອກຄຳສັ່ງກ່ຽວກັບເລື່ອງສືບຕໍ່ຍູ້ແຮງການປ້ອງກັນ, ຄວບຄຸມໂລກລະບາດ Covid-19 ໃນສະພາບການໃໝ່.
ນາຍົກລັດຖະມົນອອກຄຳສັ່ງສືບຕໍ່ຍູ້ແຮງການປ້ອງກັນ, ຄວບຄຸມໂລກລະບາດໃນສະພາບການໃໝ່ - ảnh 1(ພາບປະກອບ: VGP)

ຕໍ່ໜ້າການຜັນແປໃໝ່ຂອງໂລກລະບາດ, ເພື່ອຫຼຸດຜ່ອນການຕິດແປດລົງຢ່າງສຸດຂີດ, ກຽມພ້ອມ, ເປັນເຈົ້າການສະກັດກັ້ນ, ຮັບມືກັບໂລກລະບາດໃນວົງກວ້າງ, ຮັກສາສຸຂະພາບ, ຊີວິດປະຊາຊົນໃຫ້ເປັນຢ່າງດີທີ່ສຸດ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ອົງການທຽບເທົ່າກະຊວງ, ຄະນະກຳມະການປະຊາຊົນແຂວງ, ນະຄອນສູນກາງ ໂດຍອີງຕາມພາລະບົດບາດ, ໜ້າທີ່ສຸມໃສ່ການຊີ້ນຳ: ເປັນເຈົ້າການ, ສະກັດກັ້ນຢ່າງເດັດຂາດ, ກວດພົບໂດຍໄວ, ຄວບຄຸມຢ່າງແໜ້ນແຟ້ນແຫຼ່ງຕິດແປດພະຍາດ; ຈັດຕັ້ງການແຍກຕົວຜູ້ທີ່ໄດ້ພົບປະກັບຄົນເຈັບໃຫ້ຖືກຕ້ອງຕາມການແນະນຳຂອງກະຊວງສາທາລະນະສຸກ; ກວດກາບັນດາຜູ້ເຂົ້າເມືອງໃນຮອບເວລາ 14 ວັນຜ່ານມາແຕ່ບໍ່ໄດ້ຢູ່ໃນເປົ້າໝາຍແຍກຕົວລວມ, ກວດພົບແຫຼ່ງຕິດແປດພະຍາດຢ່າງທັນການ.

        ຄຽງຂ້າງນັ້ນ, ຜູ້ເຂົ້າເມືອງຢ່າງແໜ້ນແຟ້ນ; ເພີ່ມທະວີຄວບຄຸມຜູ້ເຂົ້າເມືອງຜ່ານບັນດາດ່ານຊາຍແດນທາງການບິນ, ທາງບົກ, ທາງທະເລ; ຢຸດຕິການຍົກເວັ້ນວີຊາພຽງລຳພັງຝ່າຍດຽວ ແລະ ຜົນສັກສິດວີຊາທີ່ໄດ້ອອກໃຫ້ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ບັນດາຊາວຕ່າງປະເທດເປັນຜົວ, ເມຍ, ລູກຂອງຊາວຫວຽດນາມ ຢູ່ບັນດາປະເທດ ແດນມາກ, ນອກແວ, ແຟງລັງ, ສະວິດ, ອັງກິດ, ຝລັ່ງ, ເຢຍລະມັນ, ແອັດສະປາຍ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຕິບັດການແຍກຕົວຢ່າງເຂັ້ມງວດ ແລະ ກະກຽມຄວາມພ້ອມວິທີການແຍກຕົວໃນວົງກວ້າງ; ປະຕິບັດບັນດາມາດການແຍກຕົວໃຫ້ເໝາະສົມສຳລັບບັນດາກໍລະນີເຂົ້າເມືອງທຸກຄົນທີ່ມາຈາກ, ໄປຜ່ານເຂດເກີດໂລກລະບາດຢູ່ບັນດາຮາກຖານແຍກຕົວ.

ຕອບກັບ

ຂ່າວ/ບົດ​ອື່ນ