ນາຍທະຫານ ອິນເດຍ - ຈີນ ປະທະກັນຢູ່ເຂດຊາຍແດນ

(VOVWORLD) - ໃນວັນທີ 9 ທັນວາ, ບັນດາຂໍ້ມູນຂ່າວໃຫ້ຮູ້ວ່າ: ນາຍທະຫານຂຶ້ນກັບກອງທັບປົດປ່ອຍ ປະຊາຊົນຈີນ (PLA) ໄດ້ເຂົ້າໃກ້ເຖິງເຂດ LAC ຢູ່ເມືອງ Tawang, ລັດ Arunachal Pradesh ຂອງ ອິນເດຍ.
ນາຍທະຫານ ອິນເດຍ - ຈີນ ປະທະກັນຢູ່ເຂດຊາຍແດນ - ảnh 1ທິຫານອິນເດຍຢູ່ເຂດ LAC ຢູ່ເມືອງ Tawang, ລັດ Arunachal Pradesh ຂອງ ອິນເດຍ
(ພາບ:ANI)

ຕອນຄ່ຳວັນທີ 12 ທັນວາ, ສື່ມວນຊົນ ອິນເດຍ ໄດ້ໃຫ້ຂ່າວກ່ຽວກັບການປະທະກັນທີ່ເກີດຂຶ້ນລະຫວ່າງນາຍທະຫານຂອງປະເທດນີ້ ແລະ ນາຍທະຫານຂອງ ຈີນ ຢູ່ລັດ Arunachal Pradesh ຕາເວັນອອກສ່ຽງເໜືອ ໃນວັນທີ 9 ທັນວາ. ເຫດການເຮັດໃຫ້ “ນາຍທະຫານຈຳນວນໜຶ່ງ” ຂອງທັງສອງຝ່າຍຖືກບາດເຈັບ. ແຕ່ເຖິງຢ່າງໃດກໍ່ຕາມ, ກອງທັບສອງປະເທດໄດ້ອອກຈາກສະຖານທີ່ເກີດການປະທະກັນຢ່າງວ່ອງໄວ.

        ໃນວັນທີ 9 ທັນວາ, ບັນດາຂໍ້ມູນຂ່າວໃຫ້ຮູ້ວ່າ: ນາຍທະຫານຂຶ້ນກັບກອງທັບປົດປ່ອຍ ປະຊາຊົນຈີນ (PLA) ໄດ້ເຂົ້າໃກ້ເຖິງເຂດ LAC ຢູ່ເມືອງ Tawang, ລັດ Arunachal Pradesh ຂອງ ອິນເດຍ. ການປະທະກັນເກີດຂຶ້ນ, ແຕ່ເຖິງຢ່າງໃດກໍ່ຕາມ, ນາຍທະຫານຂອງສອງຝ່າຍກໍ່ໄດ້ຖອນຕົວອອກໄປຢ່າງວ່ອງໄວ. ພາຍຫຼັງເຫດການເກີດຂຶ້ນ, ຜູ້ບັນຊາການຂອງກອງທັບ ອິນເດຍ ຢູ່ພາກພື້ນໄດ້ມີການພົບປະກັບຄູ່ຕຳແໜ່ງ ຈີນ ເພື່ອປຶກສາຫາລື ກ່ຽວກັບເຫດການບົນຈິດໃຈຂອງບັນດາກົນໄກທີ່ມີຢູ່ແລ້ວ ເພື່ອຟຶ້ນຟູສັນຕິພາບ ແລະ ຄວາມເປັນລະບຽບຮຽບຮ້ອຍເຂດຊາຍແດນ.

ຕອບກັບ

ຂ່າວ/ບົດ​ອື່ນ