ນາມມະຍົດນາງງານໂລກ2014ຂຶ້ນກັບນາງງາມອາບຟຣີກາໃຕ້

ນາມມະຍົດນາງງານໂລກ2014ຂຶ້ນກັບນາງງາມອາບຟຣີກາໃຕ້ - ảnh 1
ນາງ Rolene Strauss

(vovworld) – ນາມ​ມະ​ຍົດ​ນາງ​ງາມ​ໂລກ 2014 ໄດ້​ມອບ​ໃຫ້​ ນາງ Rolene Strauss ​ຄົນອາບ​ຟ​ຣີ​ກາ​ໃຕ້ ໃນງານ​ປະ​ກວດ​ຮອບ​ຊິງ​ຊະ​ນະ​ເລີດ​ທີ່​​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 14/12 ຢູ່​ລອນດອນ, ປະ​ເທດ ອັງ​ກິດ. ນາງ​ງາມ​ໂລກ​ຄົນ​ໃໝ່ Rolene Strauss ອາ​ຍຸ 22 ປີ, ປະ​ຈຸ​ບັນ​ແມ່ນ​ນັກ​ສຶກ​ສາ​ການ​ແພດ, ມະ​ຫາ​ວິ​ທະ​ຍາ​ໄລ Free State ຂອງ Bloemfontein. ນາມ​ມະ​ຍົດ​ນາງ​ງາມຮອງ​ອັນ​ດັບໜ​ຶ່ງ​ໄດ້​ມອບ​ໃຫ້​ນາງ​ Edina Kulcsár ຊາວ ຮູງ​ກາ​ຣີ ແລະ ນາມ​ມະ​ຍົດ​ນາງ​ງາມຮອງ​​ອັນ​ດັບ​ສອງ​ໄດ້​ມອບ​ໃຫ້​​ນາງ​ Elizabeth Safrit ຊາວອາ​ເມ​ລິ​ກາ.

        ​ນາງ​ງາ​ມຫວຽດ​ນາມ ຫງວຽນ​ທິ​ລ​ວານ, ​ຖືກ​ຈັດ​ໃນ​ຈຳ​ນວນ​​ນາງ​ງາມ​ໂລກ​ 25 ຄົນໃນ​ປີ 2014.


ຂ່າວ/ບົດ​ອື່ນ