ນາໂຕ ແລະ ລັດເຊຍ ແບ່ງປັນທັດສະນະກ່ຽວກັບຄວາມສຳຄັນຂອງ INF

(VOVWORLD) - ທ່ານ Jens Stoltenberg, ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງກອງປະຊຸມເມື່ອວັນທີ 31 ຕຸລາ, ຂອງສະພາ NATO - ລັດເຊຍ (NRC) ຢູ່ ບຣຸກແຊນ, ປະເທດແບນຊິກ

       ອົງການສົນທິສັນຍາອັດລັງຕິກເໜືອ (NATO) ກຽມພ້ອມສືບຕໍ່ເຈລະຈາກັບລັດເຊຍ ກ່ຽວກັບສົນທິສັນຍາກ່ຽວກັບອາວຸດນິວເຄຼຍໄລຍະກາງ (INF). ທ່ານ Jens Stoltenberg, ໄດ້ຍົກອອກຖະແຫຼງການດັ່ງກ່າວພາຍຫຼັງກອງປະຊຸມເມື່ອວັນທີ 31 ຕຸລາ, ຂອງສະພາ NATO - ລັດເຊຍ (NRC) ຢູ່ ບຣຸກແຊນ, ປະເທດແບນຊິກ. ຕາມຖະແຫຼງການເມື່ອສິ້ນສຸດກອງປະຊຸມ, NATO ຮຽກຮ້ອງໃຫ້ ລັດເຊຍ ຮັບປະກັນການປະຕິບັດ INF, ພ້ອມທັງໃຫ້ຮູ້ວ່າ: ອົງການນີ້ໄດ້ກຽມພ້ອມສືບຕໍ່ໂອ້ລົມສົນທະນາກັບ ມົດສະກູ ກ່ຽວກັບບັນຫານີ້. NATO ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ບັນດາມາດຕະການທີ່ມີປະສິດທິຜົນເພື່ອສືບຕໍ່ຮັບປະກັນຄວາມສະຫງົບ ແລະ ຄວາມໝັ້ນຄົງໃນບັນດາປະເທດສະມາຊິກທັງໝົດຂອງ NATO.

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ NATO Jens Stoltenberg ຢັ້ງຢືນວ່າ: ບັນດາປະເທດສະມາຊິກ NATO ທັງໝົດລ້ວນແຕ່ເຫັນດີວ່າ INF ໄດ້ສວມບົດບາດສຳຄັນຕໍ່ຄວາມໝັ້ນຄົງພາກພື້ນ ອາຊີ - ປາຊີຟິກ. ໃນຂະນະນັ້ນ, ຄະນະປະຕິບັດງານຂອງ ລັດເຊຍ ປະຈຳ NATO ໃຫ້ຮູ້ວ່າ: ມົດສະກູ ຖືເອກະສານນີ້ແມ່ນປັດໄຈສຳຄັນໃນການຮັບປະກັນສະຖຽນລະພາບໃຫ້ແກ່ ເອີລົບ ກໍ່ຄືໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ