ນາໂຕຕັ້ງທັບຕິດກັບແຂວງKaliningradຂອງລັດເຊຍ

ນາໂຕຕັ້ງທັບຕິດກັບແຂວງKaliningradຂອງລັດເຊຍ - ảnh 1
ກຳລັງທະຫານຂອງນາໂຕ
(ພາບ: ສຳນັກຂ່າວສານ ຫວຽດນາມ)

(vovworld) – ​ວັນ​ທີ 6/7, ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂປ​ໂລ​ຍ Antoni Macierewicz ​ໃຫ້​ຮູ້​ວ່າ: ຄະນະ​ບັນຊາ​ການ 4 ກອງພັນ​ຂອງ​ອົງການ​ນາ​ໂຕ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍຢູ່ ​ໂປ​​ໂລ​ຍ ​ແລະ 3 ປະ​ເທດ Baltic (Estonia, Latvia ​ແລະ Litva) ຈະຕັ້ງ​ທັບ​ຢູ່​ນະຄອນ Elblag ທາງ​ພາກ​ເໜືອ ​ໂປ​ໂລ​ຍ, ຫ່າງ​ຈາກ​ແຂວງ Kaliningrad ຂອງ​ລັດ​ເຊຍ ປະມານ 100 ກມ. ຕາມ​ທ່ານ Macierewicz ​ແລ້ວ, ບັນດາ​ກອງພັນ​ນີ້​ບໍ່​ພຽງ​ແຕ່​ມີ​ຄວາມ​ສາມາດ​ຮັບ​ມື​ກັບ​ໄພ​ນາບ​ຂູ່​ໃນ​ດິນ​ຕໍ່​​ແຜ່ນ​ເທົ່າ​ນັ້ນ ຫາກ​ຍັງ​ສາມາດ​ຕ້ານ​ຄືນ​ບັນດາ​ໄພ​ນາບ​ຂູ່​ຈາກ​ທາງ​ອາກາດ, ກໍ່​ຄື​ກຳມະສິດ​ບັນດາ​ລະບົບ​ສືບ​ລາຊະການ​ລັບອີກ​ດ້ວຍ. ຫົວໜ້າ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໂປ​ໂລ​ຍ ຖື​ວ່າ ​ເລື່ອງ ນາ​ໂຕ ຕັດສິນ​ຜັນ​ຂະຫຍາຍ​ກຳລັງ​ທະຫານ​ຢູູ່ທິດຕາ​ເວັນ​ອອກ ​​ແມ່ນ​ເພື່ອ​ໂຕ້​ຕອບ “​ໄພ​ນາບ​ຂູ່​​ໃນ​ປະຈຸ​ບັນ” ​ແມ່ນ​ບາດກ້າວ​ທຳ​ອິດ​ໃນ​ແຜນການ​ເພີ່ມ​ທະວີ​ການ​ມີໜ້າ​ຂອງ​ພັນທະ​ມິດ​ການ​ທະຫານ​ໃຫຍ່​ກ່ວາ​ໝູ່​ຂອງ​ໂລກ​ນີ້​ຢູ່​ພາກ​ພື້ນ. ​ເລື່ອງ ນາ​ໂຕ ​ເພີ່ມ​ທະວີ​ການ​ມີໜ້າຢູ່​ບັນດາ​ປະ​ເທດ ​ເອີ​ລົບ​ຕາ​ເວັນ​ອອກ, ພິ​ເສດ​ແມ່ນ​ໂປ​ໂລ​ຍ ​ແລະ 3 ປະ​ເທດ Baltic ກໍ່​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ກັບ ມົດ​ສະ​ກູ. ລັດ​ເຊຍ ​ໄດ້​ຕຳ​ນິຕິ​ຕຽນ​ການ​ກະທຳ​ດັ່ງກ່າວ​ຂອງ ນາ​ໂຕ​ ​ແລະ ​ໃຫ້​ຮູ້ວ່າຈະ​ມີ​ມາດ​ຕະການ​ໂຕ້​ຕອບ​ທີ່​ເໝາະ​ສົມ. ຫວ່າງ​ມໍ່ໆ​ມາ​ນີ້, ກະຊວງ​ປ້ອງ​ກັນ​ສະຫງົບ ລັດ​ເຊຍ ປະກາດ ມົດ​ສະ​ກູ ຄາດ​ວ່າ​ຈະສ້າງ​ຕັ້ງ 3 ກອງ​ພົນ​ໃໝ່ຢູ່​ທິດ​ຕາ​ເວັນ​ຕົກ ​ແລະ ທິດໃຕ້ ​ເພື່ອ​ຮັບ​ມື​ກັບ​ບັນດາ​ກຳລັງ ນາ​ໂຕ ຫຍັບ​ມໍ່​ເຂົ້າ​ກັບ​ເຂດ​ຊາຍ​ແດນ.


ຂ່າວ/ບົດ​ອື່ນ