ນາໂຕຜັນຂະຫຍາຍຍົນບັນຊາ ແລະ ກ່າວເຕືອນໄວຢູ່ເຕິກກີ

ນາໂຕຜັນຂະຫຍາຍຍົນບັນຊາ ແລະ ກ່າວເຕືອນໄວຢູ່ເຕິກກີ - ảnh 1
​ຍົນ​ກ່າວ​ເຕືອນ​ໄວ​ ຂອງອົງການ​ ນາ​​ໂຕ
(ພາບ: AP)

(vovworld) - ວັນ​ທີ 27/12, ວົງ​ການ​ສື່ສານ​​ ເຢັຍລະ​ມັນ​ໄດ້​ໃຫ້​ຂ່າວ​ວ່າ, ອົງການ​ ນາ​​ໂຕຈະ​ຜັນ​ຂະຫຍາຍ​ຍົນ​ບັນຊາ ​ແລະ ກ່າວ​ເຕືອນ​ໄວ​ເທິງ​ຍ່ານ​ຟ້າ​ຢູ່ເຕິ​ກກີ. ​ໂຄສົກ​ກະຊວງ​ປ້ອງ​ກັນ​ປະ​ເທດ​ເຢັຍ​ລະ​ມັນ ​ໄດ້​ຢືນຢັນ​ຂໍ້​ມູນ​ດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າ, ກອງທັບ​ອາກາດ​ຂອງ​ປະ​ເທດ​ນີ້ ຈະ​ປະຕິບັດ​ລາຍການ​ຜັນ​ຂະຫຍາຍ​ບັນດາ​ຍົນ​ທະຫານ​ດັ່ງກ່າວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ເຈົ້າ​ໜ້າ​ທີ່​ຜູ້​ນີ້​ບໍ່​ໃຫ້​ຮູ້​ໄລຍະ​ເວລາຜັນ​ຂະຫຍາຍ​ລະອຽດ​ເທື່ອ ບັນດາ​ຍົນ​ບັນຊາ ​ແລະ ກ່າວ​ເຕືອນ​ໄວ ມີໜ້າ​ທີ່​ຕິດຕາມ​ກວດກາ​ນ່ານຟ້າ​ໃນ​ລັດສະໝີ 400 ກວ່າ​ກມ ​ແລະ ​ແລກປ່ຽນ​ຂໍ້​ມູນ​ກັບ​ບັນດາ​ກຳລັງ​ທາງບົກ, ທາງ​ທະ​ເລ ​ແລະ ທາງ​ອາກາດ.

ຂ່າວ/ບົດ​ອື່ນ