ນາໂຕຢືນຢັນຄືນໃໝ່ບໍ່ແຊກແຊງເຂົ້າສົງຄາມກາງເມືອງຢູ່ຊີຮີ

ນາໂຕຢືນຢັນຄືນໃໝ່ບໍ່ແຊກແຊງເຂົ້າສົງຄາມກາງເມືອງຢູ່ຊີຮີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ Jens Stoltenbertg
(ພາບ​ປະ​ກອບ: THX/TTXVN)

(vovworld) - ທ່ານ​ເລ​ຂາ​ທິ​ການ​ໃຫຍ່ອົງການສົນທິສັນຍາ​ອັດ​ລັງ​ຕິ​ກ​ເໜືອ (ນາ​ໂຕ) Jens Stoltenbertg ຢືນ​ຢັນ​ວ່າ, ເລື່ອງ​ສ້າງ​ຕັ້ງ​ສຳ​ພັນ​ທະ​ມິດ​ການ​ທະ​ຫານນີ້​ເຂົ້າ​ຮ່ວມ​ສົງ​ຄາມ​ກາງ​ເມືອງ​ຢູ່​ຊ​ີ​ຣ​ີ ພຽ​ງ​ເຮັດ​ໃຫ້​ສະ​ພາບ​ການ​ຊົ່ວ​ຮ້າຍ​ລົງ​ຕື່ມເທົ່າ​ນັ້ນ. ວັນ​ທີ 18/12, ເມື່ອ​ຕອບ​ສຳ​ພາດ​ຕໍ່​ໜັງ​ສື​ພິມ​ເຢ​ຍ​ລະ​ມັນ “Bild am Sonntag”, ທ່ານ Jens Stoltenbertg ຖື​ວ່າ, ໃນ​ບາງ​ກໍ​ລະ​ນີ ເລື່ອງ​ຜັນ​ຂະ​ຫຍາຍ​​ການທ​ະ​ຫານ​ຂອງ ນາ​ໂຕ ແມ່ນ​ຖືກ​ຕ້ອງ, ​ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ ສຳ​ລັບ​ບາງ​ກໍ​ລະ​ນີ ເລື່ອງ​ຕ້ອງ​ທົດ​ແທນ​ໃຫ້​ແກ່​ການ​ຜັນ​ຂະ​ຫຍາຍ​​ດ້ານທະ​ຫານ​​ແມ່ນສູງກວ່າ​ບັນ​ດາ​ຜົນ​ປະ​ໂຫຍດ​ທີ່​ມັນ​ໄດ້​ນຳ​ມາ​ໃຫ້. ຕາມ​ທ່ານ Jens Stoltenbertg ແລ້ວ, ເລື່ອງ​ຜັນ​ຂະ​ຫຍາຍ​​ການທະ​ຫານ​ນາ​ໂຕ ເຖິງ​ຊີ​ຣີ ມີ​ໄພ​ເຮັດ​ໃຫ້​ສົງ​ຄາມ​ກາງ​ເມືອງ​ດັ່ງ​ກ່າວ​ກາຍ​ເປັນ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ກວ່າ ຫຼ​ື ​ຈຳ​ນວນສາ​ມັນ​ຊົນ​ຖືກ​ເສຍ​ຊີ​ວິດ​ຈະ​ຫຼາຍກວ່າ. 28 ປະ​ເທດ​ສະ​ມາ​ຊິກ​ຂອງ​ອົງ​ການ​ນາ​ໂຕ ລ້ວນ​ແຕ່​ເຂົ້າ​ຮ່ວມ​ສຳ​ພັນ​ທ​ະ​ມິດ​ການ​ທະ​ຫານ​ໂດຍ​ອາ​ເມ​ລິ​ກາ ນຳ​ໜ້າ ເພື່ອ​ຕ້ານ​ຄ​ືນ​ອົງ​ການ “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ແຕ່ບໍ່​ແຊກ​ແຊງ​ໂດຍ​ກົງ​ເຖິງ​ການ​ປະ​ທະ​ກັນ​ຢູ່​ຊີ​ຣ​ີ.

ຂ່າວ/ບົດ​ອື່ນ