ນາໂຕເພີ່ມທະວີການມີໜ້າຂອງທະຫານເຮືອຢູ່ທະເລດຳ

ນາໂຕເພີ່ມທະວີການມີໜ້າຂອງທະຫານເຮືອຢູ່ທະເລດຳ - ảnh 1
ກ່ຳ​ປັ່ນ ອາ​ເມ​ລິ​ກາ USS Porter 
(ພາບ: AFP/TTXVN)

(vovworld) - ​​ວັນ​ທີ 16/2, ອົງ​ການ​ນາ​ໂຕ ໃຫ້​ຮູ້​ວ່າ: ສຳ​ພັນ​ທະ​ມິດ​ການ​ທະ​ຫານນີ້​ຈະ​ເພີ່ມ​ທະ​ວີ​ບັນ​ດາ​ການ​ຊ​້ອມ​ຮົບ​ຂອງ​ທະ​ຫານ​ເຮືອ ແລະ ການ​ເຄື່ອນ​ໄຫວ​ການ​ຕິດ​ຕາມກວດ​ກາ​ຢູ່​ທະ​ເລ​ດຳ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ທ່ານ Jens Stoltenberg, ເລ​ຂາ​ທິ​ການ​ໃຫ​ຍ່ ນາ​ໂຕ ໃຫ້​ຮູ້​ວ່າ: ຂໍ້​ຕົກ​ລົງ​ນີ້​ໂດຍ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ນາ​ໂຕ ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ຂັ້ນ​ສູງ ​ເຊິ່ງໄດ້​ຈັດ​ຕັ້ງ​ຢູ່ ບ​ຣຸກ​ແຊ​ນ (ປະ​ເທດ ແບນ​ຊິກ). ຕາມນັ້ນ​ແລ້ວ, ​ກຸ່ມສຳ​ພັນ​ທະ​ມິດນີ້​ໄດ້​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ການ​ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຂອງ​ທະ​ຫາ​ນ​ເຮືອ ຢູ່​ທະ​ເລ​ດຳໃຫ້​ການ​ເຄື່ອນ​ໄຫວ​ຝຶ​ກ​​ຊ​້​ອ​ມ​ເພີ່ມ​ທະ​ວີບັນ​ດາ​ການ​​ຊ້ອມ​ຮົບ ແລະ ​ສັງ​ເກດ​ສະ​ພາບ​ການ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Stoltenberg ເນັ້ນ​ໜັກ​ວ່າ: ຂໍ​້​ຕົກ​ລົງ​ນີ້​ພຽງ​​ແຕ່ມີ​ລັກ​ສະ​ນະ​ປ້ອງ​ກັນ​ຕົວ ແລະ ແມ່ນ​ປັດ​ໄຈ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​​ດັດປັບ​ກຳ​ລັງ​ຄວາມ​ສາ​ມາດ​ປ້ອງ​ກັນ​ຕົວ​ເພື່ອ “ຕອ​ບ​ສະ​ໜອງ​ສະ​ພາບ​ແວດ​ລ​້ອມແຫ່ງ​ຄວາມ​ໝັ້ນ​ຄົງ​​ທີ່ນັບ​ມື້​ນັບ​ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ”.


ຂ່າວ/ບົດ​ອື່ນ