ນຳ CAJ ກາຍເປັນອົງການມີຜົນສະທ້ອນສຳຄັນໃນອາຊຽນ

(VOVWORLD) - ທີ່ວາລະປະຊຸມ, ສະຫະພັນໃຫຍ່ CAJ ຄັ້ງທີ 19 ໄດ້ຕີລາຄາເລື່ອງປະຕິບັດບັນດາລາຍການຂອງ CAJ ໄລຍະ 2015 – 2017; ເພີ່ມເຕີມ, ປັບປຸງກົດລະບຽບ CAJ; ອອກ “ຖະແຫຼງການຮ່ວມ ບາງກອກ”, 
ນຳ CAJ ກາຍເປັນອົງການມີຜົນສະທ້ອນສຳຄັນໃນອາຊຽນ - ảnh 1 ບັນດາຫົວໜ້າຄະນະຂອງປະເທດສະມາຊິກເຂົ້າຮ່ວມກອງປະຊຸມ

ແຕ່ວັນທີ 24 – 28 ມັງກອນ, ຢູ່ນະຄອນຫຼວງ ບາງກອກ, ປະເທດໄທ, ໄດ້ຈັດຕັ້ງກອງປະຊຸມໃຫຍ່ສະຫະພັນບັນດານັກຂ່າວ ອາຊຽນ (CAJ) ຄັ້ງທີ 19. ທີ່ວາລະປະຊຸມ, ສະຫະພັນໃຫຍ່ CAJ ຄັ້ງທີ 19 ໄດ້ຕີລາຄາເລື່ອງປະຕິບັດບັນດາລາຍການຂອງ CAJ ໄລຍະ 2015 – 2017; ເພີ່ມເຕີມ, ປັບປຸງກົດລະບຽບ CAJ; ອອກ “ຖະແຫຼງການຮ່ວມ ບາງກອກ”, ຢັ້ງຢືນຄວາມຕັດສິນໃຈປັບປຸງກ່ຽວກັບຂົງເຂດການຈັດຕັ້ງ, ເພີ່ມທະວີການເຄື່ອນໄຫວເພື່ອຍົກສູງອິດທິພົນຊື່ສຽງຂອງອົງການບັນດານັກຂ່າວຂອງພາກພື້ນ ມຸ່ງໄປເຖິງເປົ້າໝາຍສາມັກຄີ, ເຫັນດີເປັນເອກະພາບ ແລະ ພັດທະນາໃນປະຊາຄົມ ອາຊຽນ. ກໍ່ທີ່ວາລະປະຊຸມ, ສະມັດຊາໃຫຍ່ CAJ ສືບຕໍ່ຮັບເອົາຄວາມເຫັນປະກອບຂອງບັນດາສະມາຊິກເພື່ອແນໃສ່ສືບຕໍ່ກໍ່ສ້າງ CAJ ກາຍເປັນສະຫະພັນ ທີ່ໝັ້ນຄົງເຂັ້ມແຂງ, ເປັນຂົວເຊື່ອມຕໍ່ດ້ານຂໍ້ມູນຂ່າວສານລະຫວ່າງບັນດາປະເທດໃນປະຊາຄົມ ອາຊຽນ. ເນື່ອງໃນໂອກາດນີ້, ບັນດາຜູ້ແທນໄດ້ຕ້ອນຮັບສະໂມສອນສື່ມວນຊົນ ກຳປູເຈຍ ກາຍເປັນສະມາຊິກທີ 8 ຂອງ CAJ. ປະຈຸບັນ, ບັນດາສະມາຊິກ CAJ ລວມມີ:  ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ, ຫວຽດນາມ, ລາວ ແລະ ກຳປູເຈຍ.

ຕອບກັບ

ຂ່າວ/ບົດ​ອື່ນ