​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ຂອງ​ພາກ​ພື້ນ

(VOVWORLD) - ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຊີ້ແຈ້ງວ່າ: ຄວາມສາມາດນະວັດຕະກຳຂອງ ຫວຽດນາມ ຄວນສືບຕໍ່ໄດ້້ຮັບການປົວແປງຢ່າງແຮງກ່ວາອີກ ໃນໄລຍະຈະມາເຖິງ.
  ​ນຳ ຫວຽດ​ນາມ ກາຍ​ເປັນ​ສູນ​ນະ​ວັດ​ຕະ​ກຳ​ຂອງ​ພາກ​ພື້ນ - ảnh 1ສະພາບການທີ່ພິທີ (ພາບ: vov)

       ພິທີຕອບສະໜອງວັນນະວັດຕະກຳໂລກປີ 2024 (ຄືວັນທີ 21 ເມສາ) ໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 19 ເມສາ ຢູ່ ຮ່າໂນ້ຍ. ເຫດການໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຈັດຂຶ້ນ ເພື່ອແນໃສ່ຍົກສູງສະຕິຄວາມຮັບຮູ້ ກ່ຽວກັບບົດບາດຂອງນະວັດຕະກຳ ໃນການພັດທະນາເສດຖະກິດ ສັງຄົມ, ສ້າງສັງຄົມຍືນຍົງ ແລະ ຊຸກຍູ້ການພັດທະນາທຸກດ້ານຂອງມະນຸດ.

   ກ່າວຄຳເຫັນທີ່ພິທີ, ທ່ານ ຮິງແທັງດາດ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຊີ້ແຈ້ງວ່າ: ຄວາມສາມາດນະວັດຕະກຳຂອງ ຫວຽດນາມ ຄວນສືບຕໍ່ໄດ້້ຮັບການປົວແປງຢ່າງແຮງກ່ວາອີກ ໃນໄລຍະຈະມາເຖິງ, ເພື່ອແນໃສ່ປະກອບສ່ວນໂດຍກົງ ເຂົ້າໃນການເພີ່ມສະມັດຕະພາບການອອກແຮງງານ ແລະ ຄຸນນະພາບຜະລິດຕະພັນສິນຄ້າ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ:

   ຫວຽດນາມ ພວມຫັນປ່ຽນຮູບແບບເຕີບໂຕ ອີງໃສ່ທຶນ ແລະ ແຮງງານ ໄປເປັນຮູບແບບການເຕີບໂຕ ອີງໃສ່ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ. ນີ້ແມ່ນເປົ້າໝາຍໃນໄລຍະຍາວນານ, ຕອ້ງມີການເຂົ້າຮ່ວມ, ການຮ່ວມແຮງຮ່ວມໃຈຂອງບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ, ວິສາຫະກິດ ແລະ ທົ່ວສັງຄົມໃນການໝູນໃຊ້ ແລະ ພັດທະນາ ວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳ.

ຕອບກັບ

ຂ່າວ/ບົດ​ອື່ນ