ນຳ ຫວຽດນາມ ກາຍເປັນໃຈກາງໃນລະບົບຄຸນຄ່າພາກພື້ນ ແລະ ທົ່ວໂລກໂດຍໄວ

(VOVWORLD) - ຫວຽດນາມ ມີແຜນນະໂຍບາຍດຶງດູດ, ຮ່ວມມືລົງທຶນໂດຍມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີ ແລະ ການປົກປັກຮັກສາສິ່ງແວດລ້ອມ ແມ່ນມາດຖານຕີລາຄາຕົ້ນຕໍ່
ນຳ ຫວຽດນາມ ກາຍເປັນໃຈກາງໃນລະບົບຄຸນຄ່າພາກພື້ນ ແລະ ທົ່ວໂລກໂດຍໄວ - ảnh 1ກອງປະຊຸມທີ່ສຳນັກງານລັດຖະບານ

ຕອນເຊົ້າວັນທີ 17 ກັນຍາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານກອງປະຊຸມລະຫວ່າງ ນາຍົກລັດຖະມົນຕີ ກັບບັນດາວິສາຫະກິດ, ສະມາຄົມວິສາຫະກິດທີ່ມີການລົງທຶນຂອງຕ່າງປະເທດ, ດ້ວຍຫົວຂໍ້ວ່າ “ຜ່ານຜ່າສິ່ງທ້າທາຍ, ກຳແໜ້ນກາລະໂອກາດ, ຮ່ວມມືພັດທະນາ”. ກອງປະຊຸມໄດ້ປະຕິບັດຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກລະຫວ່າງສຳນັກງານລັດຖະບານກັບບັນດາແຂວງ, ນະຄອນຂຶ້ນກັບສູນກາງ ແລະ 80 ສະຖານທີ່ຢູ່ບັນດາວິສາຫະກິດ, ສະຫະສະມາຄົມວິສາຫະກິດຕ່າງປະເທດຢູ່ ຫວຽດນາມ ແລະ ບັນດາປະເທດໃນໂລກ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ມີແຜນນະໂຍບາຍດຶງດູດ, ຮ່ວມມືລົງທຶນໂດຍມີການຄັດເລືອກ, ຖືຄຸນນະພາບ, ປະສິດທິຜົນ, ເຕັກໂນໂລຊີ ແລະ ການປົກປັກຮັກສາສິ່ງແວດລ້ອມ ແມ່ນມາດຖານຕີລາຄາຕົ້ນຕໍ່. ທ່ານນາຍົກລັດຖະມົນຕີ ຫວັງວ່າ ບັນດາວິສາຫະກິດລົງທຶນຕ່າງປະເທດສືບຕໍ່ເພີ່ມທະວີການຮ່ວມສຳພັນ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມໃນລະບົບສະໜອງການຜະລິດ, ປະກອບສ່ວນນຳ ຫວຽດນາມ ກາຍເປັນໃຈກາງໃນລະບົບມູນຄ່າພາກພື້ນ ແລະ ທົ່ວໂລກ:

“ທັດສະນະຂອງ ຫວຽດນາມ : ວິສາຫະກິດທີ່ມີການລົງທຶນຂອງຕ່າງປະເທດແມ່ນພາກສ່ວນສຳຄັນຂອງພື້ນຖານເສດຖະກິດຂອງປະເທດຊາດ. ພວກຂ້າພະເຈົ້າຍາມໃດກໍ່ສ້າງເງື່ອນໄຂອຳນວຍຄວາມສະດວກທີ່ສຸດເພື່ອໃຫ້ພວກເພື່ອນມີຄວາມອຸ່ນອ່ຽນໃຈໃນການດຳເນີນທຸລະກິດ, ຫາໄດ້ກຳໄລ ແລະ ມີການດຳລົງຊີວິດທີ່ສະຫງົບສຸກເມື່ອລົງທຶນເຂົ້າ ຫວຽດນາມ, ສ່ວນພວກເພື່ອນຕີລາຄາວ່າ: ຫວຽດນາມເປັນປະເທດພວມປ່ຽນແປງໃໝ່, ພວມພັດທະນາ ແນ່ນອນວ່າຈະມີຄວາມຫຍຸ້ງຍາກຫຼາຍຢ່າງ, ພວກຂ້າພະເຈົ້າຕ້ອງທັງເຮັດທັງສ້າງໃຫ້ສົມບູນແບບ, ພິເສດແມ່ນກ່ຽວກັບດ້ານລະບອບນະໂຍບາຍ ແລະ ກໍ່ແບ່ງປັນກັບບັນດານັກລົງທຶນທີ່ຍັງບໍ່ທັນຫາໄດ້ກຳໄລ ຫຼື ຖືກຜົນສະທ້ອນ, ກະທົບຈາກສະພາບການໂລກ ກໍ່ຄືພາກພື້ນ ແລະ ສະພາບການພາຍໃນປະເທດຫວຽດນາມ”

ຕອບກັບ

ຂ່າວ/ບົດ​ອື່ນ