ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ- ອັງກິດ ໃຫ້ນັບມື້ນັບພັດທະນາ

(VOVWORLD) - ວັນທີ 22 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກອັງກິດ ແລະອຽກລັງເຫນືອ ພວມຢ້ຽມຢາມ ແລະເຮັດວຽກຢູ່ ຫວຽດນາມ.

ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ- ອັງກິດ ໃຫ້ນັບມື້ນັບພັດທະນາ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຕ້ອນຮັບທ່ານ Ben Wallace ລັດຖະມົນຕີກະຊວງປ້ອງກັນປະເທດ ລາຊະອານາຈັກອັງກິດ ແລະອຽກລັງເຫນືອ

ທີ່ການຕ້ອນຮັບ, ທ່ານ ນາຍົກລັດຖະມົນຕີ ຟ້າມມີງຈິງ ຕີລາຄາສູງບັນດາບາດກ້າວພັດທະນາຢ່າງດີງາມຂອງການພົວພັນ ຫວຽດນາມ - ອັງກິດ ໃນບັນດາຂົງເຂດ: ການເມືອງ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ພັດທະນາແບບຍືນຍົງ.  ທ່ານນາຍົກລັດຖະມົນຕີ ສະເຫນີ ຝ່າຍອັງກິດ ຊຸກຍູ້ການຜັນຂະຫຍາຍປະສິດທິຜົນສັນຍາການຄ້າເສລີ ສອງຝ່າຍ(UKVFTA), ສົ່ງເສີມບັນດາວິສາຫະກິດ ອັງກິດ ລົງທຶນເຂົ້າ ຫວຽດນາມ.

ກ່ຽວກັບການຮ່ວມມືດ້ານປ້ອງກັນຊາດ, ທ່ານນາຍົກລັດຖະມົນຕີ ສະເຫນີ ສອງຝ່າຍຄວນສືບຕໍ່ປັບປຸງ ແລະ ເພີ່ມທະວີການພົວພັນຮ່ວມມືລະຫວ່າງ ກະຊວງປ້ອງກັນປະເທດ ແລະກອງທັບສອງປະເທດ, ປະຕິບັດບັນດາຂໍ້ຕົກລົງກ່ຽວກັບການຮ່ວມມືໃນຂົງເຂດປ້ອງກັນຊາດໃຫ້ມີປະສິດທິຜົນ.

ທ່ານ  ລັດຖະມົນຕີ Ben Wallace ຢັ້ງຢືນ: ອັງກິດ ຍາມໃດກໍ່ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມເປັນສຳຄັນ, ຕີລາຄາສູງບັນດາການປະກອບສ່ວນສຳຄັນ ຂອງຫວຽດນາມ ຢູ່ ພາກພື້ນ ແລະ ສາກົນ. ກະຊວງປ້ອງກັນປະເທດ ອັງກິດ ພ້ອມແລ້ວທີ່ຈະສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ໃນການເພີ່ມທະວີການພົວພັນແລກປ່ຽນ, ປັບປຸງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ ແລະ ພ້ອມກັນຮ່ວມມືບົນພື້ນຖານເໝາະສົມກັບຄວາມຕ້ອງການ, ຄວາມສາມາດຮ່ວມມື ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ຕອບກັບ

ຂ່າວ/ບົດ​ອື່ນ