ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ

(VOVWORLD) - ໃນຂອບເຂດສັບປະດາຂັ້ນສູງ APEC 2017 ຢູ່ດ່າໜັງ, ຕອນບ່າຍວັນທີ 11 ພະຈິກ 2017, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ມີການພົບປະກັບທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ.
ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ ແລະ ໄທ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ (ພາບ: VGP)

ການນຳ 2 ທ່ານໄດ້ແລກປ່ຽນກ່ຽວກັບບັນດາມາດຕະການກະຕຸກຊຸກຍູ້ການຜັນຂະຫຍາຍບັນດາໝາກຜົນທີ່ສຳຄັນຂອງການຢ້ຽມຢາມ ໄທ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອເດືອນ ສິງຫາ 2017 ເພື່ອແນໃສ່ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ໝັ້ນຄົງ. 2 ຝ່າຍເຫັນດີເປັນເອກະພາບ ຊຸກຍູ້ການຈັດຕັ້ງກອງປະຊຸມຄະນະກຳມະການປະສົມກ່ຽວກັບການຮ່ວມມື 2 ຝ່າຍຄັ້ງທີ 3 ໂດຍໄວຢູ່ ໄທ ເພື່ອກະກຽມໃຫ້ກອງປະຊຸມຄະນະລັດຖະບານຮ່ວມ 2 ປະເທດໃນປີ 2018. ກ່ຽວກັບບັນຫາທະເລຕາເວັນອອກ, ການນຳ 2 ທ່ານໄດ້ແບ່ງປັນທັດສະນະຄວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການເດີນທະເລຢ່າງເສລີຢູ່ພາກພື້ນ.

        ສ່ວນທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ໄດ້ແຈ້ງໃຫ້ຊາບ ກ່ຽວກັບການອອກໜັງສືອະນຸຍາດໃຫ້ການເຄື່ອນໄຫວຂອງ Thai Vietjet Air ແລະ ຢັ້ງຢືນວ່າ ຈະສ້າງເງື່ອນໄຂສະດວກ ເພື່ອເປີດບາງສາຍການບິນໃໝ່ຕື່ມອີກ ແນໃສ່ເຊື່ອມຕໍ່ກັບບັນດາສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ໄທ ປຣາຣຸດ ຈັນໂອຈາ ຢືນຢັນວ່າ: ໄທ ປາດຖະໜາຢາກຊຸກຍູ້ການຮ່ວມມືລະຫວ່າງຕຳຫລວດທະເລ ຫວຽດນາມ ແລະ ກອງທັບເຮືອ ໄທຫລາຍກ່ວາອີກ ໃນການແກ້ໄຂບັນດາການລະເມີດ ແລະ ເຫດການຕ່າງໆທີ່ເກີດຂຶ້ນໃໝ່ບົນທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ