ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈ​ີນ​ເຂົ້າ​ສູ່​ລວງ​ເລິກ

(VOVWORLD) -ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າ ສອງຝ່າຍຄວນແກ້ໄຂບັນຫາທີ່ເກີດຂຶ້ນເພີ່ມໃໝ່ຢູ່ເຂດຊາຍແດນ, ຍົກສູງປະສິດທິຜົນໃນການຄຸ້ມຄອງ. ເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈ​ີນ​ເຂົ້າ​ສູ່​ລວງ​ເລິກ - ảnh 1ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ

(ພາບ: TTXVN) 

ຕອນເຊົ້າວັນທີ 23 ສິງຫາ, ຢູ່ຂົວ ບັກລວນ II ຂຶ້ນກັບຄູ່ດ່ານຊາຍແດນສາກົນ ມ໊ອງກ໊າຍ (ຫວຽດນາມ) - ຕູງຊິງ (ຈີນ) ໄດ້ດຳເນີນພິທີສະເຫຼີມສະຫຼອງ 20 ປີແຫ່ງວັນເຊັນສົນທິສັນຍາເຂດຊາຍແດນທາງບົກ ແລະ 10 ປີແຫ່ງການຜັນຂະຫຍາຍເອກະສານນິຕິກຳ 3 ສະບັບກ່ຽວກັບເສັ້ນຊາຍແດນທາງບົກ ຫວຽດນາມ - ຈີນ ໂດຍທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ແລະ ທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ເປັນປະທານຮ່ວມ.

ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມີຄວາມສະເໝີຕົ້ນສະເໝີປາຍ ຖືການຮັກສາການພົວພັນບ້ານໃກ້ເຮືອນຄຽງມິດຕະພາບເປັນສຳຄັນທີ່ສຸດ, ພ້ອມແລ້ວທີ່ຈະພ້ອມກັບຈີນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນເຂົ້າສູ່ລວງເລິກ. ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການສົມທົບກັນໃນວຽກງານຄຸ້ມຄອງເຂດຊາຍແດນ, ເສີມຂະຫຍາຍບົດບາດຂອງກົນໄກຄະນະກຳມະການລະຫວ່າງຊາຍແດນທາງບົກ ຫວຽດນາມ - ຈີນຢ່າງມີປະສິດທິຜົນ, ສືບຕໍໍ່ຊຸກຍູ້ການຮ່ວມມືຢູ່ເຂດຊາຍແດນເພື່ອບັນລຸໝາກຜົນແທດຈິງ, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ເສດຖະກິດ, ການຄ້າ, ການທ່ອງທ່ຽວ.

        ສ່ວນທ່ານ ຫວາງອີ້ ລັດຖະມົນຕີກະຊວງການຕ່າງປະເທດຈີນ ໄດ້ເນັ້ນໜັກວ່າ ສອງຝ່າຍຄວນແກ້ໄຂບັນຫາທີ່ເກີດຂຶ້ນເພີ່ມໃໝ່ຢູ່ເຂດຊາຍແດນ, ຍົກສູງປະສິດທິຜົນໃນການຄຸ້ມຄອງ. ເລື່ອງສອງຝ່າຍແກ້ໄຂບັນດາບັນຫາເຂດຊາຍແດນທາງບົກ ແລະ ເຂດອ່າວພາກເໜືອ ໃຫ້ເປັນຢ່າງດີນັ້ນຈະແມ່ນບົດຮຽນ, ປະສົບການອັນລ້ຳຄ່າເພື່ອແກ້ໄຂບັນຫາຢູ່ທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ