​ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) -ກອງປະຊຸມສຳມະນາສາກົນ “ການພົວພັນລະຫວ່າງຫວຽດນາມ - ອາເມລິກາ: 25 ປີແຫ່ງການຮ່ວມມື ແລະ ພັດທະນາ” ໄດ້ດຳເນີນໃນວັນທີ 4 ກໍລະກົດ ຢູ່ຮ່າໂນ້ຍ. 
​ນຳ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ພາບປະກອບ 

ກອງປະຊຸມສຳມະນາໂດຍສະຖາບັນຄົ້ນຄ້ວາທະວີບອາເມລິກາຂຶ້ນກັບສະຖາບັນຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ສູນຄົ້ນຄ້ວາຍຸດທະສາດ ແລະ ພັດທະນາການພົວພັນສາກົນຈັດຕັ້ງຂຶ້ນເພື່ອແນໃສ່ຕີລາລາ, ໄຈ້ແຍກການພັດທະນາ ແລະ ທ່າອ່ຽງພັດທະນາໃນການພົວພັນລະຫວ່າງ 2 ປະເທດໃນຊຸມປີຈະມາເຖິງ.

        ເຂົ້າຮ່ວມກອງປະຊຸມສຳມະນາ, ທ່ານ Daniel J.Kritenbrink ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ອາເມລິກາປະຈຳ ຫວຽດນາມ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ ຫວຽດນາມເມື່ອໄດ້ມອບຜ້າອັດປາກ - ດັງໃຫ້ແກ່ອາເມລິກາເພື່ອປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແລະ ສະແດງຄວາມນັບຖືຢ່າງສູງເລື່ອງຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວລວມຂອງໂລກກ່ຽວກັບສາທາລະນະສຸກທົ່ວໂລກ ກໍຄືເລື່ອງຫວຽດນາມຢືນຢູ່ອັນດັບທີ 1 ຂອງໂລກເມື່ອສະມາດຄວບຄຸມໂລກລະບາດໄດ້ຢ່າງສຳເລັດຜົນ.

        ທ່ານ Daniel J.Kritenbrink ໄດ້ເນັ້ນໜັກວ່າ 25 ປີທີ່ຜ່ານມາ, ຜົນງານທີ່ບັນລຸໄດ້ໃນການພົວພັນຄູ່ຮ່ວມມືຢ່າງຮອບດ້ານລະຫ່ວາງສອງປະເທດແມ່ນສິ່ງຜິດປົກກະຕິ. ອາເມລິກາມີຄວາມຫວັງຢາກປະຕິບັດສຳເລັດສັນຍາກ່ຽວກັບຄູ່ຮ່ວມມືການທະຫານ, ຍູ້ແຮງບັນດາການເຄື່ອນໄຫວດ້ານປ້ອງກັນຊາດ, ພ້ອມກັນນັ້ນແມ່ນຄຳໝັ້ນສັນຍາໜູນຊ່ວຍຫວຽດນາມໃນອະນາຄົດດ້ວຍບັນດາການເຄື່ອນໄຫວພັດທະນາເສດຖະກິດ, ສັງຄົມ, ສັນຕິພາບ, ສະຖຽນລະພາບໃນພາກພື້ນ, ການຮ່ວມມືຢ່າງແຮງກັບບັນດາປະເທດຕ່າງໆໃນພາກພື້ນເພື່ອຮັບປະກັນຄວາມໝັ້ນຄົງດ້ານພະລັງງານລວມ.

ຕອບກັບ

ຂ່າວ/ບົດ​ອື່ນ