ນຳການພົວພັນລະຫວ່າງ ຫວຽດນາມ - ໂອຕາຣິດ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແທດຈິງກ່ວາອີກ

(VOVWORLD) - ຕອນບ່າຍວັນທີ 15 ຕຸລາ, ຢູ່ນະຄອນຫລວງ ວຽນ ປະເທດ ໂອຕາຣິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂອຕາຣິດ Sebastian Kurz ໄດ້ເຂົ້າຮ່ວມກອງປະຊຸມຂ່າວຮ່ວມ,
ນຳການພົວພັນລະຫວ່າງ ຫວຽດນາມ - ໂອຕາຣິດ ພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແທດຈິງກ່ວາອີກ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂອຕາຣິດ Sebastian Kurz (ພາບ: VGP )

ປະກາດກ່ຽວກັບໝາກຜົນແຫ່ງການເຈລະຈາລະຫວ່າງນາຍົກລັດຖະມົນຕີ 2 ທ່ານ ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ມີການຢ້ຽມຢາມ ສ.ໂອຕາຣິດ ຢ່າງເປັນທາງການ.

       ນະທີ່ນີ້, ນາຍົກລັດຖະມົນຕີ 2 ທ່ານໄດ້ຢືນຢັນວ່າ ການເຈລະຈາລະຫວ່າງ 2 ຝ່າຍກ່ອນໜ້ານັ້ນ ໄດ້ປະສົບຜົນສຳເລັດຢ່າງດີງາມ ແລະ 2 ຝ່າຍໄດ້ເຫັນດີເປັນເອກະພາບດ້ວຍເນື້ອໃນການຮ່ວມມືຫລາຍຢ່າງໃນໄລຍະຈະມາເຖິງ. 2 ຝ່າຍຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ ແລະ ການພົບປະທຸກຂັ້ນ. ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ 2 ປະເທດ ສືບຕໍ່ເພີ່ມທະວີການຮ່ວມມື, ການລົງທຶນ, ດຳເນີນທຸລະກິດ ດ້ວຍຄວາມຕັດສິນໃຈນຳ ໂອຕາຣິດ ກາຍເປັນໜຶ່ງໃນບັນດາຄູ່ຮ່ວມມືດ້ານເສດຖະກິດແຖວໜ້າຂອງ ຫວຽດນາມ ຢູ່ສະຫະພາບ ເອີຣົບ (ອີຢູ). 2 ຝ່າຍກໍ່ເຫັນດີເປັນເອກະສັນເພີ່ມທະວີການຮ່ວມມື 2 ຝ່າຍກ່ຽວກັບດ້ານວິທະຍາສາດ - ເຕັກໂນໂລຊີ, ບຳລຸງສ້າງວິຊາອາຊີບ ແລະ ການທ່ອງທ່ຽວ.

       ແລະກໍ່ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ໄດ້ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໂອຕາຣິດ. ເວທີປາໄສມີການເຂົ້າຮ່ວມຂອງວິສາຫະກິດ 2 ປະເທດເກືອບ 200 ແຫ່ງ, ໃນນັ້ນ ມີວິສາຫະກິດ ຫວຽດນາມ ປະມານ 60 ແຫ່ງທີ່ເຄື່ອນໄຫວໃນບັນດາຂົງເຂດຄື: ກະສິກຳ, ການເງິນ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຊີ, ພັດທະນາພື້ນຖານໂຄງລ່າງ, ສາທາລະນະສຸກ…ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ:

       ດ້ວຍພື້ນຖານເສດຖະກິດຫລາຍຮູບຫລາບແບບ ແລະ ຂອບຂະໜາດພື້ນຖານເສດຖະກິດທີ່ມີພົນລະເມືອງ 100 ລ້ານຄົນ ສະນັ້ນຕ້ອງການການລົງທຶນພັດທະນາແມ່ນໃຫຍ່ຫລວງ. ພາຍຫລັງເວທີປາໄສນີ້, ຂ້າພະເຈົ້າສະເໜີພວກເພື່ອນຈົ່ງພົບປະກັບບັນດາວິສາຫະກິດຂອງ ຫວຽດນາມ, ທັງວິສາຫະກິດພາກລັດ ແລະ ພາກເອກະຊົນ, ປຶກສາຫາລືບັນດາມາດຕະການຮ່ວມມືໃນໄລຍະຈະມາເຖິງ. ພວກຂ້າພະເຈົ້າກໍ່ຮຽກຮ້ອງບັນດາລັດວິສາຫະກິດຂາຍຫຸ້ນສ່ວນຍຸດທະສາດໃຫ້ພວກເພື່ອນ ຖ້າຫາກພວກເພື່ອນມີຄວາມສາມາດບົ່ມຊ້ອນໃນທຸກຂົງເຂດຢ່າງພຽງພໍ ນັບທັງບັນດາຂົງເຂດລະອຽດອ່ອນຄື ໂທລະຄົມມະນາຄົມ, ທະນາຄານ, ປະກັນໄພ. ພ້ອມກັນນັ້ນ ພວກເພື່ອນກໍ່ສາມາດຮັບຊື້ຕໍ່, ຂຸດຄົ້ນບັນດາເສັ້ນທາງຄວາມໄວສູງ. ບັນດາຮູບການປ່ຽນແປງໃໝ່ຄືດັ່ງກ່າວ ແມ່ນເພື່ອເຊື່ອມຕົວ, ເຊື່ອມໂຍງເຂົ້າກັບພື້ນຖານເສດຖະກິດຂອງໂລກ, ໃນນັ້ນ ມີບັນດາປະເທດກ້າວໜ້າຄື ໂອຕາຣິດ.

ຕອບກັບ

ຂ່າວ/ບົດ​ອື່ນ