ນຳການພົວພັນລະຫວ່າງ2ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນເຂົ້າສູ່ລວງເລິກ,ແທດຈິງແລະມີປະສິດທິຜົນ

ນຳການພົວພັນລະຫວ່າງ2ກຸ່ມສະມາຊິກລັດຖະສະພາມິດຕະພາບຫວຽດນາມ-ຍີ່ປຸ່ນເຂົ້າສູ່ລວງເລິກ,ແທດຈິງແລະມີປະສິດທິຜົນ - ảnh 1
ທ່ານ ​ໂຕ​ຮຸຍ​ເຣື໋ອ ແລະ ​ທ່ານ Tsutomu Takebe ພົບປະໃນປີ 2015
(ພາບ: VTV)

(vovworld) – ​​ ​ ຕອນ​ເຊົ້າ​ວັນ​ທີ 06/06, ຢູ່​ສຳ​ນັກ​ງານ​ສະພາ​ແຫ່ງ​ຊາດ, ທ່ານ ​ໂຕ​ຮຸຍ​ເຣື໋ອ ປະທານ​ກຸ່ມ​ສະມາຊິກ​ລັດຖະສະພາມິດຕະພາບ ຫວຽດນາມ - ຍີ່ປຸ່ນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tsutomu Takebe ທີ່​ປຶກສາ​ພິ​ເສດສຳພັນ​ທະ​ມິດ​ສະມາຊິກ​ລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ ທີ່ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ  ໂຕ​ຮຸຍ​ເຣື໋ອ ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ເຄື່ອນ​ໄຫວ​ຕັ້ງໜ້າ​ຂອງ​ທ່ານ Tsutomu Takebe ​ໃນ​ການ​ເຂົ້າ​ຮ່ວມ​ຂົນຂວາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຍີ່ປຸ່ນ ​ແລະ ຫວຽດນາມ ​ໃນ​ຫລາຍ​ຂົງ​ເຂດ​​ແຕກ​ຕ່າງ​ກັນ. ຫວຽດນາມ ຍາມ​​ໃດ​ກໍ່​ຊົມ​ເຊີຍ ​ແລະ ຈະ​ສືບ​ຕໍ່ມານະ​ພະຍາຍາມ​ສ້າງ​ເງື່ອນ​ໄຂ​ສະດວກ, ​ເພີ່ມ​ພູນຄູນສ້າງ​ໃຫ້ການ​ພັດທະນາ​ຂອງ​ການ​ພົວພັນ ຫວຽດນາມ - ຍີ່ປຸ່ນ ​ເພື່ອ​ຜົນ​ປະ​ໂຫຍ​ດ ຂອງປະຊາຊົນ 2 ປະ​ເທດ, ​ເພື່ອ​​ສະຖຽນ​ລະ​ພາບ, ສັນຕິພາບ, ຄວາມວັດທະນາ​ຖາວອນ​ໃນ​ພາກ​ພື້ນ ອາຊີ. ທ່ານ ​ໂຕ​ຮຸຍ​ເຣື໋ອ ຖື​ວ່າ: ການ​ພົວພັນ​ລະຫວ່າງ 2 ກຸ້ມ​ສະມາຊິກ​ລັດຖະສະພາ​ມິດຕະພາບ​ຂອງ​ສະພາ​ແຫ່ງ​ຊາດ 2 ປະ​ເທດ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ, ສ້າງ​ກຳລັງ​ແຜ່​ຂະຫຍາຍ​ໃຫຍ່, ໜູນ​ຊ່ວຍ​ການ​ເຄື່ອນ​ໄຫວ​ຂອງ​ລັດຖະບານ, ຍູ້​ແຮງ​ການ​ຕ່າງປະ​ເທດ​ປະຊາຊົນ, ປະກອບສ່ວນ​ຮັບປະກັນ​ໃຫ້​ບັນດາລາຍການ​​ໂຄງການ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ກັບ ຍີ່ປຸ່ນ ​ມີ​ປະສິດທິ​ຜົນ.

       

 

ຂ່າວ/ບົດ​ອື່ນ