ນຳການພົວພັນລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ ກ້າວເຂົ້າສູ່ລວງເລິກໃນຫຼາຍຂົງເຂດ

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Julie Bishop ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົດສະຕາລີ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ນຳການພົວພັນລະຫວ່າງສອງປະເທດຫວຽດນາມ - ອົດສະຕາລີ ກ້າວເຂົ້າສູ່ລວງເລິກໃນຫຼາຍຂົງເຂດ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຕ້ອນຮັບທ່ານນາງ Julie Bishop ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົດສະຕາລີ 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງໝາກຜົນຂອງການພົບປະເຈລະຈາລະຫວ່າງທ່ານນາງ Julie Bishop ລັດຖະມົນຕີກະຊວງຕ່າງປະເທດ ແລະ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິງມິນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາວ່າ ສອງຝ່າຍຈະຜັນຂະຫຍາຍເນື້ອໃນຂອງຖະແໜງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ເນື່ອງໃນໂອກາດການຢ້ຽມຢາມອົດສະຕາລີຢ່າງເປັນທາງການຂອງ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເມື່ອເດືອນມີນາ 2018 ຜ່ານມາ ໂດຍໄວ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍປາດຖະໜາວ່າ ສອງຝ່າຍຄວນຍູ້ແຮງການພົບປະແລກປ່ຽນປະຊາຊົນ, ການຮ່ວມມືກັນໃນດ້ານວັດທະນະທຳ, ການທ່ອງທ່ຽວ, ການສຶກສາບຳລຸງສ້າງ ກໍຄືບັນດາຂົງເຂດອື່ນໆອີກດ້ວຍ. ປັດຈຸບັນ, ດ້ວຍຈຳນວນນັກສຶກສາຫວຽດນາມພວມຮ່ຳຮຽນຢູ່ອົດສະຕາລີ ປະມານ 3 ໝື່ນ ຄົນ, ບຸກຄົນເຫຼົ່ານັ້ນຈະແມ່ນຂົວເຊື່ອມຕໍ່, ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງຫວຽດນາມ - ອົດສະຕາລີ.

        ສ່ວນທ່ານນາງJulie Bishop  ລັດຖະມົນຕີກະຊວງຕ່າງປະເທດແຫ່ງອົດສະຕາລີ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ຜັນຂະຫຍາຍເນື້ອໃນຄູ່ຮ່ວມມືຍຸດທະສາດ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ ແລະ ຜ່ານນັ້ນຊຸກຍູ້ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ລວງເລິກ, ໃນຫຼາຍຂົງເຂດ. ທ່ານນາງJulie Bishop  ສະແດງຄວາມປິຕິຊົມຊື່ນ ແລະ ໃຫ້ຮູ້ວ່າ ນັບມື້ນັບຍິ່ງມີຫຼາຍວິສາຫະກິດ ແລະ ນັກລົງທຶນອົດສະຕາລີລົງທຶນເຂົ້າຫວຽດນາມໃນຫຼາຍຂົງເຂດ. ອົດສະຕາລີປາດຖະໜາຢາກຊຸກຍູ້ການຮ່ວມມືກັບຫວຽດນາມໃນຂົງເຂດຕ່າງໆ, ໃນນັ້ນມີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ