ນຳການພົວພັນຫວຽດນາມ ກັບ ບັງກະລາເທດ ຂຶ້ນລະດັບສູງໃໝ່

(VOVWORLD) - ໂດຍໄດ້ຮັບຄຳເຊີນຂອງທ່ານປະທານາທິບໍດີ ບັງກະລາເທດMohammad Abdul Hamid, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງໄດ້ປະຕິບັດການເດີນທາງໄປຢ້ຽມຢາມທາງລັດຖະກິດຢູ່ ບັງກະລາເທດ ລະຫວ່າງວັນທີ 04 – 06 ມີນາ 2018.

ການຢ້ຽມຢາມທາງລັດຖະກິດຢູ່ ບັງກະລາເທດ ຂອງທານປະທານປະເທດຫວຽດນາມເຈີ່ນດ້າຍກວາງ ກໍເປັນການຢັ້ງຢືນວ່າ ຫວຽດນາມຢືດໝັ້ນແນວການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນຍາມໃດກໍຖືເພີ່ມທະວີການພົວພັນຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຫຼາຍດ້ານກັບ ບັງກະລາເທດເປັນສຳຄັນ. ຫວຽດນາມ ແລະ ບັງກະລາເທດຈະສູ້ຊົນຍົກວົງເງິນການຄ້າຂອງສອງປະເທດບັນລຸກວ່າ 1 ຕື້ ໂດລາສະຫະລັດ.

        ເນື້ອງໃນໂອກາກນີ້, ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ໄດ້ຕອບສຳພາດນັກຂ່າວຂອງ ບັງກະລາເທດ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງໃຫ້ຮູ້ວ່າ ຫວຽດນາມ ແລະ ບັງກະລາເທດຍາມໃດກໍແບ່ງປັນທັກສະນະລວມກ່ຽວກັບຫຼາຍບັນຫາໃນພາກພື້ນ ແລະ ສາກົນ, ຮ່ວມມືກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜຸນເຊິ່ງກັນແລະກັນໃນເວທີປາໄສສາກົນ ແລະ ສະຫະປະຊາຊາດ. ທ່ານປະທານປະເທດຫວຽດນາມເຈີນດ້າຍກວາງ ຢືນຢັນວ່າ ຫວຽດນາມມີຄວາມປາດຖະໜາວ່າ ຈະນຳການພົວພັນກັບ ບັງກະລາເທດໃຫ້ພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທະຜົນກວ່າອີກ, ຕອບສະໜອງຄວາມມຸ່ງຫວັງ ແລະ ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ