ນຳການ​ພົວ​ພັນ​ຫວ​ຽດ​ນາ​ມ - ສ​ິງ​ກະ​ໂປພັດ​ທ​ະ​ນາ​ຢ່າງ​ເລິກ​ເຊ​ິ່ງກວ້າງ​ຂວາງ​ກວ່ານ​ີ້​ອີກ

(VOVWORLD) -ວັນທີ 9ພະຈິກ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ແລະ ທ່ານເລຂາຜູ້ປະຈຳການ ກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ເປັນປະທານຮ່ວມກອງປະຊຸມທາງໄກປຶກສາຫາລືການເມືອງລະຫວ່າງ 2 ປະເທດຄັ້ງທີ 14.

ນຳການ​ພົວ​ພັນ​ຫວ​ຽດ​ນາ​ມ - ສ​ິງ​ກະ​ໂປພັດ​ທ​ະ​ນາ​ຢ່າງ​ເລິກ​ເຊ​ິ່ງກວ້າງ​ຂວາງ​ກວ່ານ​ີ້​ອີກ - ảnh 1ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸງ ເຂົ້າຮ່ວມກອງປະຊຸມທາງໄກປຶກສາຫາລືການເມືອງລະຫວ່າງ 2 ປະເທດຄັ້ງທີ 14 (ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

ທີ່ກອງປະຊຸມ, 2 ຝ່າຍໄດ້ແລກປຽນກ່ຽວກັບບັນດາຈຸດສຸມຂອງການຮ່ວມມືໃນໄລຍະທີ່ຈະມາເຖິງເພືຶ່ອປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປພັດທະນາຢ່າງເລິກເຊິ່ງກວ້າງຂວາງແລະມີປະສິດທິຜົນກວ່ານີ້ອີກ. ທ່ານຮອງລັດຖະ ມົນຕີຫງວຽນກວັກຢຸງ ຢັ້ງຢືີນວ່າຫວຽດນາມ ແລະ ສິງກະໂປຄວນເພີ່ມທະວີການຮ່ວມມື, ເພີ່ມເຕີມເຊີ່ງກັນ ແລະກັນ, ຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ ຂອງແຕ່ລະປະເທດຢ່າງມີປະສິດທິຜົນເພື່ອພ້ອມກັນຟື້ນຟູ ແລະ ພັດທະນາ.

ທ່ານເລຂາຜູ້ປະຈຳການ Chee Wee Kiongໄດ້ເຫັນດີກັບບັນດາຂໍ້ສະເໜີຂອງຫວຽດນາມ; ແລະຢັ້ງຢືນວ່າ, ສິງກະໂປຈະໜູນຊ່ວຍວັກຊິນໃຫ້ ຫວຽດນາມຕາມກົນໄກ COVAX; ສະເໜີໃຫ້ 2 ຝ່າຍສຳເລັດການເຈລະຈາຮັບຮອງໜັງສືຜ່ານແດນວັກຊິນ (ໜັງສືຜ່ານແດນສຸຂະພາບເອເລກໂຕນິກ) ຂອງກັນ ແລະກັນ, ລະບຽບການການເດີນທາງບຸລິມະສິດ, ເຊື່ອມຕ່ໍສາຍການບິນລະຫວ່າງ 2 ປະເທດແລະສ້າງຄວາມສະດວກໃນການເດີນທາງໃຫ້ປະຊາຊົນ 2 ປະເທດໂດຍໄວ.

2 ຝ່າຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແລະ ຕັ້ງໜ້າສະໜັບສະໜູນ  ກັນໃນບັນດາອົງການຈັດຕັ້ງ, ເວທີປາໄສ ໃນພາກພື້ນ ແລະສາກົນ, ໝູນໃຊ້ຜົນປະໂຫຍດຈາກບັນດາສັນຍາການຄ້າເສລີລຸ້ນໃໝ່ຢ່າງມີປະສິດທິຜົນ.

ສິ້ນສຸດກອງປະຊຸມ, 2 ຝ່າຍດຳເນີນການມອບຮັບສັນຍາລັກເຄືຶຶ່ອງອຸປະກອນການແພດຕ້ານໂລກລະບາດໂຄວິດ - 19 ຂອງລັດຖະບານສິງກະໂປທີ່ໜູນຊ່ວຍໃຫ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ