ນຳການພົວພັນຫວຽດນາມ-ການາດາພັດທະນາຢ່າງແທດຈິງເຂົ້າສູ່ລວງເລິກ

ນຳການພົວພັນຫວຽດນາມ-ການາດາພັດທະນາຢ່າງແທດຈິງເຂົ້າສູ່ລວງເລິກ - ảnh 1
ນຳການພົວພັນຫວຽດນາມ-ການາດາ
ພັດທະນາຢ່າງແທດຈິງເຂົ້າສູ່ລວງເລິກ
(ພາບ: TTXVN)

(vovworld) - ຫວຽດນາມ ປາດ​ຖະໜາ​ຢາກ​ນຳ​ການ​ພົວພັນ 2 ປະ​ເທດ ຫວຽດນາມ - ກາ​ນາ​ດາ ພັດທະນາ​ຢ່າງ​​ແທດຈິງ​ເຂົ້າ​ສູ່​ລວງ​ເລິກ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ​ກັບ​ທ່ານ Bruce Stanton ຮອງ​ປະທານ​ສະພາ​ຕ່ຳ ກາ​ນາ​ດາ ຕອນ​ບ່າ​ຍວັນ​ທີ 05/12 ຢູ່​ສຳ​ນັກງານ​ສະພາ​ແຫ່ງ​ຊາດ​ ກາ​ນາ​ດາ ນະຄອນຫລວງ Ottawa, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ກາ​ນາ​ດາ ​ເປັນ​ເວລາ 4 ວັນ ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ​ໂດ໋​ບາ​ຕິ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ກາ​ນາ​ດາ  ​ແລະ ປາ​ດຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ທ່າ​ນຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດ​ນາມ ​ໂດ​ບາ​ຕິ ຢືນຢັນ​ວ່າ ສະພາ​ແຫ່ງ​ຊາດ ຫວຽດນາມ ສະໜັບສະໜູນ​ການ​ເພີ່ມ​ທະວີ ​ແລ​ະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ຫລາຍ​ດ້ານ​ກັບ ກາ​ນາ​ດາ ຜ່ານ​ການ​ປັບປຸງ​ລະບົບ​ເອກະສານ​ດ້ານ​ກົດ​ໝາຍ​ໃຫ້​ສົ​ມບູນ​ແບບ, ສ້າງ​ກອບ​ກົ​ດໝາຍທີ່​ສະດວກ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ ມີ​ວິ​ສາ​ຫະກິດ ກາ​ນາ​ດາ​ ​ເຂົ້າ​ມາ​ທຳ​ມາ​ຫາ​ກິນ​ຢູ່ ຫວຽດນາມ.

        ທ່ານ​ຮອງ​ປະທານ​ສະພາ​ຕ່ຳ ກາ​ນາ​ດາ Bruce Stanton ​ເນັ້ນ​ໜັກ​ວ່າ​: ກາ​ນາ​ດາ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ ​ແລະ ຍູ້​​​ແຮງ​ການ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ເພື່ອ​ປະກອບສ່ວນ​ເຂົ້າ​ພາລະກິດ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ, ພ້ອມ​ທັງ ຫວັງ​ວ່າ 2 ຝ່າຍ​ຈະ​ຫັນ​ບັນດາ​ມາ​ດຕະການ​ເປັນ​ລະອຽດ ​ແລະ ສະ​ເໜີ​ ​ເພື່ອ​ຊຸກຍູ້​ແລກປ່ຽນ​ການ​ຄ້າ 2 ຝ່າຍ​​ໃຫ້​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ​່ມຊ້ອນ​ດ້ານ​ເສດຖະກິດ​ຂອງ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ