ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ຕຸ​ລາ​ການ ກັບ​ອົດ​ສະ​ຕາ​ລີ ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ

(VOVWORLD) - ສອງຝ່າຍໄດ້ເນັ້ນໜັກວ່າ ການລົງນາມ ໃນໜັງສືສະແດງເຈດຈຳນົງ ຮ່ວມມືໃໝ່ກົງກັບໂອກາດລັດຖະບານ ສອງປະເທດ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາລວມໃນການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ
ນຳ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ກົດ​ໝາຍ ແລະ ຕຸ​ລາ​ການ ກັບ​ອົດ​ສະ​ຕາ​ລີ ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ແທ້​ຈິງ - ảnh 1ທ່ານ ເຈິ່ນຕຽນຢຸງ ຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ແລະ ທ່ານນາງ Tara Inverarity ຮອງລັດຖະມົນຕີກະຊວງຍຸຕິທຳ ອົດສະຕາລີ (ພາບ: TTXVN)

ໃນຂອບເຂດການຢ້ຽມຢາມອົດສະຕາລີ ຢ່າງເປັນທາງການ, ເຂົ້າຮ່ວມກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ອາຊຽນ - ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານຮອງລັດຖະມົນຕີກະຊວງຍຸຕິທຳ ຫວຽດນາມ ເຈິ່ນຕຽນຢຸງ ໄດ້ເຂົ້າຮ່ວມພິທີມອບບັນດາເອກະສານຮ່ວມມືລະຫວ່າງສອງປະເທດ, ໃນນັ້ນມີ ໜັງສືສະແດງເຈດຈຳນົງ ຮ່ວມມືລະຫວ່າງ ກະຊວງຍຸຕິທຳ ຫວຽດນາມ ແລະ ກະຊວງຍຸຕິທຳ ອົດສະຕາລີ.

ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເນັ້ນໜັກວ່າ ການລົງນາມ ໃນໜັງສືສະແດງເຈດຈຳນົງ ຮ່ວມມືໃໝ່ກົງກັບໂອກາດລັດຖະບານ ສອງປະເທດ ຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຈະປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການພັດທະນາລວມໃນການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ. ດັ່ງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບໃຫ້ບຸລິມະສິດປະຕິບັດບັນດາເນື້ອໃນທີ່ ໄດ້ເຫັນດີໃນ ໜັງສືສະແດງເຈດຈຳນົງໃໝ່ ຮ່ວມມື ຢ່າງແທ້ດຈິງ ແລະ ມີປະສິດທິຜົນ (ກ່ຽວກັບເນື້ອໃນ: ນະໂຍບາຍກ່ຽວກັບອາດຊະຍາກຳທີ່ມີການຈັດຕັ້ງ ແລະ ອາດຊະຍາກຳຂ້າມຊາດ, ສຸມໃສ່ ອາດຊະຍາກຳຟອກເງິນ ແລະ ໜູນຊ່ວຍການກໍ່ການຮ້າຍ, ອາດຊະຍາກຳສໍ້ລາດບັງຫຼວງ, ຢາເສບຕິດ, ການຄ້າມະນຸດ.)

ຕອບກັບ

ຂ່າວ/ບົດ​ອື່ນ