ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ

(VOVWORLD)    - ຕອນເຊົ້າວັນທີ 13 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງປະທານສະພາແຫ່ງຊາດ, ພົນໂທ ເຈິ່ນກວາງເຟືອງ, ໄດ້ໃຫ້ການຕ້ອນຮັບທ່ານພົນຕີ ວົງສັກ ພັນທະວົງ, ປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ລາວ, ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. 
ນຳ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ ຫວຽດ​ນາມ - ລາວ ໃຫ້​ນັບ​ມື້​ນັບ​ແທດ​ຈິງ, ມີ​ປະ​ສິ​ດ​ທິ​ຜົນ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ຕ້ອນຮັບທ່ານປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ຂອງສະພາແຫ່ງຊາດ ລາວ ວົງສັກ ພັນທະວົງ (ພາບ: VOV)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ໄດ້ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽນາມ ຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ຫວຽດນາມ  - ລາວ. ໃນໄລຍະຈະມາເຖິງ, ສອງກໍາມາທິການ ຈະສືບຕໍ່ສົມທົບກັນເພື່ອກະກຽມການຢ້ຽມຢາມໃຫ້ການນຳພັກ, ລັດສອງປະເທດຄັ້ງຕ່າງໆໃຫ້ເປັນຢ່າງດີ; ຕັ້ງໜ້າກະກຽມໃຫ້ບັນດາກອງປະຊຸມ, ກອງປະຊຸມສຳມະນາ, ປຶກສາຫາລືບົດຮຽນປະສົບການເຄື່ອນໄຫວໃນການສ້າງກົດໝາຍ, ສຳຫຼວດກວດກາຂໍ້ຕົກລົງສອງຝ່າຍ… ຜ່ານນັ້ນ, ນຳການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ. ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍພ້ອມແລ້ວທີ່ຈະສົມທົບ, ແລກປ່ຽນແບ່ງປັນບົດຮຽນປະສົບການກ່ຽວກັບການເຄື່ອນໄຫວຂອງສະພາແຫ່ງຊາດລາວ ເພື່ອພ້ອມກັນປະຕິບັດໜ້າທີ່ທີ່ໄດ້ຮັບການມອບໝາຍ ກໍຄືຂໍ້ຕົກລົງສະບັບຕ່າງໆທີ່ສອງຝ່າຍໄດ້ຮັບການລົງນາມໃຫ້ມີປະສິດທິຜົນ.

        ສ່ວນທ່ານປະທານກຳມາທິການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບຂອງສະພາແຫ່ງຊາດ ລາວ ວົງສັກ ພັນທະວົງ ປາດຖະໜາວ່າ ໃນໄລຍະຈະມາເຖິງ ສະພາແຫ່ງຊາດສອງປະເທດ ສືບຕໍ່ເອົາໃຈໃສ່ຊີ້ນຳບັນດາອົງການຂອງສະພາແຫ່ງຊາດ, ອົງການຂອງຄະນະປະຈຳສະພາແຫ່ງຊາດສອງປະເທດ ຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວຮ່ວມມື, ແລກປ່ຽນແບ່ງປັນບົດຮຽນປະສົບການເຄື່ອນໄຫວໃຫ້ຫຼາຍກວ່າອີກ.  

ຕອບກັບ

ຂ່າວ/ບົດ​ອື່ນ