ນຳການພົວພັນຮ່ວມມືຫວຽດນາມ-ອິນເດຍຂຶ້ນສູ່ລະດັບສູງໃຫມ່

ນຳການພົວພັນຮ່ວມມືຫວຽດນາມ-ອິນເດຍຂຶ້ນສູ່ລະດັບສູງໃຫມ່ - ảnh 1
ທ່ານ​ເລຂາທິການ​ໃຫຍ່ຫງວຽນ​ຟູ​ຈ້ອງ
photo:internet


(vovworld)- ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ເລຂາທິການ​ໃຫຍ່ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ​ຈ້ອງ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ອິນ​ເດຍ  PTI ກ່ອນ​ທີ່​ໄປ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອິນ​ເດຍ​ໃນ​ວັນ​ທີ 19/11.  ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຕົ້ນຕໍ​ໃນ​ການ​ຢ້ຽມຢາມ ອິນ​ເດຍ ຄັ້ງ​ນີ້ ​ນັ້ນ​ແມ່ນ ສອງ​ຝ່າຍ​ແລກປ່ຽນ, ຊອກ​ຫາ​ບັນດາ​ມາດ​ຕະການ​ກຳນົດ​ທິດ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ​ເຂົ້າ​ສູ່​ລວງ​ເລິກ ​ແລະ ​ແທດ​ຈິງ​ກວ່າ, ຫັນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ ອິນ​ເດຍ ​ແລະ ອາຊຽນ, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຖື​ວ່າ: ອາ​ຊຽນ ຖື​ເປ​ັນສຳຄັນ ​ແລະ ຕີ​ລາຄາ​ສູງ​ບົດບາດ​ຕັ້ງຫນ້າ​ຂອງ ອິນ​ເດຍ ​ໃນ​ເວທີ​ປາ​ໄສ​ຄວາມ​ໝັ້ນຄົງ​ພາກ​ພື້ນ, ກອງ​ປະຊຸມ​ສຸດ​ຍອດ ອາຊີ​ຕາ​ເວັນ​ອອກ, ຫລັກ​ໝ້ັນ​ຂອງ​ອິນ​ເດຍກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ, ການ​ສະຫນັບສະຫນູນ​ຂອງ​ອິນ​ເດຍຕໍ່​ວິວັດ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ທ່ານ​ເລ​ຂາ​ທິການ​ໃຫຍ່ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ປັບປຸງ​, ຊຸກຍູ້, ​ເພີ່​ມທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ອາ​ຊຽນ - ອິນ​ເດຍ.

 

ຂ່າວ/ບົດ​ອື່ນ