ນຳການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ ເຂົ້າສູ່ລວງເລິກ ແລະ ແທດຈິງ

(VOVWORLD) -ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2024; ນຳການຮ່ວມມືຂອງສອງປະເທດເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ
ນຳການຮ່ວມມືລະຫວ່າງຫວຽດນາມ - ນິວຊີແລນ ເຂົ້າສູ່ລວງເລິກ ແລະ ແທດຈິງ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈີ້ງ ແລະ ທ່ານນາງເອກອັກຄະລັດຖະທູດ ນິວຊີແລນ Tredene Dobson

    ຕອນບ່າຍວັນທີ 15/3, ຢູ່ສຳນັກງານລັດຖະບານ, ກ່າວຄຳເຫັນທີ່ການພົບປະກັບທ່ານນາງເອກອັກຄະລັດຖະທູດ ນິວຊີແລນ Tredene Dobson, ທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈີ້ງ ສະເໜີວ່າ ນິວຊີແລນ ສ້າງເງື່ອນໄຂສະດວກກວ່າເພື່ອໃຫ້ສິນຄ້າຫວຽດນາມ ເຂົ້າເຖິງຕະຫຼາດປະເທດນີ້, ສູ້ຊົນນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 2 ຕື້ USD ໃນປີ 2024. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສົມທົບກັນຜັນຂະຫຍາຍບັນດາໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2024; ນຳການຮ່ວມມືຂອງສອງປະເທດເຂົ້າສູ່ລວງເລິກ ແລະ ແທດຈິງກວ່າ; ກ່ຽວກັບການຮ່ວມມືປ້ອງກັນ ແລະ ຕ້ານພະຍາດໂຄວິດ-19, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ້ງ ສະເໜີ ນິວຊີແລນ ເພີ່ມທະວີການໜູນຊ່ວຍຫວຽດນາມ ແລະ ອາຊຽນ ໃນການເຂົ້າເຖິງວັກຊີນ ແລະ ອຸປະກອນການແພດເພື່ອສະກັດກັ້ນໂລກລະບາດ, ຕັ້ງໜ້າໜູນຊ່ວຍ ຫວຽດນາມ ຍູ້ແຮງການເຄື່ອນໄຫວຟື້ນຟູເສດຖະກິດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ລັດຖະບານ ນິວຊີແລນ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຊາວ ຫວຽດນາມ ຢູ່ ນິວຊີແລນ ດຳລົງຊີວິດ ແລະ ເຮັດວຽກໃນສະພາບໂລກລະບາດຜັນແປຢ່າງສັບສົນ, ພ້ອມທັງໜູນຊ່ວຍຊາວ ຫວຽດນາມ ກັບເມືອບ້ານຢ່າງປອດໄພ

    ສ່ວນທ່ານນາງເອກອັກຄະລັດຖະທູດ Tredene Dobson ຢືນຢັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ, ພິເສດແມ່ນປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ ໄລຍະ 2021-2024; ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ ແລະ ຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ; ຊຸກຍູ້ການພົວພັນດ້ານການຄ້າ-ເສດຖະກິດລະຫວ່າງສອງປະເທດ

     2 ຝ່າຍເຫັນດີເປັນເອກະສັນສືບຕໍ່ສະໜັບສະໜູນການປົກປ້ອງຄວາມເປັນລະບຽບຮຽບຮ້ອຍຕາມກົດໝາຍສາກົນ, ພິເສດແມ່ນກົດບັດສະຫະປະຊາຊາດ, ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982); ຕັ້ງໜ້າເຂົ້າຮ່ວມ ແລະ ປະກອບສ່ວນເຂົ້າໃນການຮ່ວມມືເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ທະເລຕາເວັນອອກເວົ້າສະເພາະ ແລະ ພາກພື້ນເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ