ນຳຂົວຂ້າມທະເລຍາວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ຢູ່ ຫາຍຟ່ອງ ເຂົ້າເຄື່ອນໄຫວ

(VOVWORLD) - ໂຄງການມີຍອດເງິນລົງທຶນ ກ່ວາ 11.800 ຕື້ດົ່ງ, ນຳໃຊ້ທຶນ ODA ຂອງ ຍີ່ປຸ່ນ ເປັນຕົ້ນຕໍ.
 
ນຳຂົວຂ້າມທະເລຍາວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ຢູ່ ຫາຍຟ່ອງ ເຂົ້າເຄື່ອນໄຫວ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ທີ່ພິທີ

ຕອນເຊົ້າວັນທີ 2 ກັນຍາ, ຢູ່ນະຄອນ ຫາຍຟ່ອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີນຳເຂົ້າເຄື່ອນໄຫວເສັ້ນທາງລົດ ໂອໂຕ ເຕີນຫວູ - ແລກຮ້ວຽນ. ໂຄງການ ເສັ້ນທາງລົດ ໂອໂຕ ເຕີນຫວູ - ແລກຮ້ວຽນ ມີລວງຍາວກ່ວາ 15,6 ກມ, ໃນນັ້ນມີຕອນຂ້າມທະເລ ດິ່ງຫວູ - ກາດຫາຍ ດ້ວຍ 5,4 ກມ, ເຊິ່ງຍາວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້.  ໂຄງການມີຍອດເງິນລົງທຶນ ກ່ວາ 11.800 ຕື້ດົ່ງ, ນຳໃຊ້ທຶນ ODA ຂອງ ຍີ່ປຸ່ນ ເປັນຕົ້ນຕໍ.  ກ່າວຄຳເຫັນທີ່ພີທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ນີ້ແມ່ນເສັ້ນທາງ ແລະ ຂົວສຳຄັນທີ່ສຸດ, ເຊິ່ງໄດ້ເຊື່ອມຕໍ່ກັບລະບົບທາງບົກ, ເສັ້ນທາງຄວາມໄວສູງຂອງນະຄອນ ກໍ່ຄືບັນດາແຂວງພາກເໜືອ. ເມື່ອນຳໂຄງການເຂົ້າເຄື່ອນໄຫວຈະນຳມາເຊິ່ງປະສິດທິຜົນດ້ານເສດຖະກິດ, ສັງຄົມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

        ກໍ່ໃນຕອນເຊົ້າວັນທີ 2 ກັນຍາ, ຢູ່ເມືອງ ກາດຫາຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໜ່ວຍຜະລິດລົດໂອໂຕ VINFAST  ຢູ່ເຂດເສດຖະກິດ ດິ່ງຫວູ - ກາດຫາຍ. ບໍລິສັດຜະລິດ ແລະ ດຳເນີນທຸລະກິດ VINFAST ຈຳກັດ, ຂຶ້ນກັບກຸ່ມບໍລິສັດ Vingroup, ມຸ່ງໄປເຖິງຄາດໝາຍກາຍເປັນບໍລິສັດຜະລິດລົດໂອໂຕ ແຖວໜ້າຢູ່ອາຊີຕາເວັນອອກສ່ຽງໃຕ້ ດ້ວຍສະມັດຕະພາບການອອກແບບລົດຂຶ້ນເຖິງ 500.000 ຄັນ/ ປີ ໃນປີ 2025. ທ່ານ ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ:

        “ຫວຽດນາມ ພວມໝູນໃຊ້ເຕັກໂນໂລຢີທີ່ທັນສະໄໝ ແລະ ພວກເຮົານຳໃຊ້ເຕັກໂນໂລຢີທັນສະໄໝນັ້ນ ເຂົ້າໃນສະພາບຕົວຈິງຢູ່ທີ່ນີ້. ຂ້າພະເຈົ້າສະເໜີວ່າ, ໃນໄລຍະເຊື່ອມໂຍງ, ບັນຫາການຜະລິດ, ປັດໄຈສຳຄັນ ບໍ່ພຽງແຕ່ແມ່ນສະພາບແວດລ້ອມເທົ່ານັ້ນ ຫາກຍັງທັງປັດໄຈຕະຫຼາດເພື່ອຄົ້ນຄ້ວາບັນດາທ່າອ່ຽງການໃຊ້ສອຍຂອງໂລກ, ຂອງພາກພື້ນ ອາຊຽນ ແລະ ຫວຽດນາມອີກດ້ວຍ. ຈາກນັ້ນ, ບໍລິສັດຕ້ອງຈັດແບ່ງການຜະລິດ, ການລົງທຶນໃຫ້ເໝາະສົມ, ເສີມຂະຫຍາຍໂຄງການຢ່າງມີປະສິດທິຜົນ.”

ຕອບກັບ

ຂ່າວ/ບົດ​ອື່ນ