ນຳຈຸດໝາຍໂຄງການຫລຸດຜ່ອນຄວາມທຸກຍາກ ເຂົ້າໃນບັນດາຄາດໝາຍ ແລະແຜນການພັດທະ ນາເສດຖະກິດສັງຄົມ


 ນຳຈຸດໝາຍໂຄງການຫລຸດຜ່ອນຄວາມທຸກຍາກ ເຂົ້າໃນບັນດາຄາດໝາຍ ແລະແຜນການພັດທະ ນາເສດຖະກິດສັງຄົມ - ảnh 1

(ພາບປະກອບ: Lâm Khánh – TTXVN

(vovworld)- ວັນ​ທີ 5/5, ຫ້ອງ​ວ່າການ​ລັດຖະບານ​​ໄດ້ອອກ​ແຈ້ງ​ການ​ເຜີຍ​ແຜ່ບົດສະຫລຸບ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ແບບ​ຍືນຍົງ​ຢູ່​ກອງ​ປະຊຸມ​ໂດຍ​ກົງ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດ​ທົ່ວ​ປະ​ເທດກ່ຽວ​ກັບການ​ຕີ​ລາຄາ​ໝາກຜົນ​​ແຫ່ງການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບການ​ຫລຸດຜ່ອນ​ຄວາມທຸກ​ຍາກ​​ໄລຍະ 2005-2012 ​ແລະ ປີ 2013; ຈຸດໝາຍ, ໜ້າ​ທີ່​ວຽກ​ງານ​ຫລຸດຜ່ອນ​ຄວາມທຸກ​ຍາກ​ປີ 2014 ​ແລະ ການ​ກຳນົດ​ທິດ​ຮອດ​ປີ 2015. ​ໃນ​ບົດ​ສະຫລຸບ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ ຢືນຢັນ​ວ່າ: ລະບົບ​ນະ​ໂຍບາຍຫລຸດຜ່ອນ​ຄວາມທຸກ​ຍາກຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການປັບປຸງ​ໃຫ້​ບູນ​ແບບ, ມີ​ປະສິດທິ​ຜົນ​ກ່ວາ ​ແລະ ຄົບ​ຊຸດ​ພໍສົມຄວນ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ ​ໃສ່​ໃຈ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຈົ່ງນຳຈຸດໝາຍຫລຸດຜ່ອນ​ຄວາມທຸກ​ຍາກ​​​ເຂົ້າ​ໃນບັນດາ​ຄາດໝາຍ ​ແລະ ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມຂອງ​ແຕ່ລະ​ປີ, ມີ​ມາດ​ຕະການ​ໜູນ​ຊ່ວຍ​ລະອຽດ​ໃຫ້​ແກ່​ແຕ່​ລະ​ກຸ່ມ​ເປົ້າໝາຍ, ສົ່ງ​ເສີມ​ບື່ນຕົວ​ຂຶ້ນ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ, ທະວີຄູນ​ບັນດາ​ຮູບ​ແບບດີເດັ່ນ​ໃນ​ການປະຕິບັດວຽກ​ງານຫລຸດຜ່ອນ​ຄວາມທຸກ​ຍາກ​​​ເປັນ​ຢ່າງ​ດີ. ທ່ານ​ຮອງ​ນາຍົກລັດຖະມົນຕີຫວູ້ວັນ​ນິງ ຮຽກຮ້ອງ​ໃຫ້​ບັນດາ​ກຸ່ມ​ເສດຖະກິດ, ບໍລິສັດ​ໃຫ່ຍ​ແຫ່ງ​ລັດ ຈົ່ງ​ສືບ​ຕໍ່​ປະຕິບັດ​ການ​ຊີ້​ນຳ​ຂອງ​ລັດຖະບານ​ກ່ຽວ​ກັບ​ການ​ແບ່ງ​ງານ​ຊ່ວຍ​ເຫຼືອບັນດາ​ເມືອງ​ທຸກ​ຍາກ​ຢ່າງ​ເຂັ້ມງວດ, ​ແທດ​ຈິງ, ມີ​ປະສິດທິ​ຜົນ, ມີ​ຄວາມ​ເປັນ​ເອກະ​ພາບ​ກັບ​ທ້ອງ​ຖິ່ນ./.

ຂ່າວ/ບົດ​ອື່ນ