ນຳ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ຂອງ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເຂົ້າ​ໃນ​ລະ​ບົບ​ມູນ​ຄ່າ​ທົ່​ວ​ໂລກ

(VOVWORLD) -       ວັນທີ 15 ທັນວາ, ຢູ່ ແຂວງ ດົ່ງທາບ ຂອງ ຫວຽດນາມ ໄດ້ດຳເນີນກອງປະຊຸມຖະແຫຼງຂ່າວກ່ຽວກັບ ເວທີປາໄສ ແມ່ນ້ຳຂອງ Connect ຄັ້ງທີ 5, ປີ 2020.
ນຳ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ​ຂອງ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້ ຫວຽດ​ນາມ ເຂົ້າ​ໃນ​ລະ​ບົບ​ມູນ​ຄ່າ​ທົ່​ວ​ໂລກ - ảnh 1 ກອງປະຊຸມຖະແຫຼງຂ່າວກ່ຽວກັບ ເວທີປາໄສ ແມ່ນ້ຳຂອງ Connect ຄັ້ງທີ 5, ປີ 2020 (ພາບ: baodongkhoi.vn)

ດ້ວຍຫົວຂໍ້ “ນຳຜະລິດຕະພັນ, ການບໍລິການຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ເຂົ້າໃນລະບົບມູນຄ່າທົ່ວໂລກ”, ເວທີປາໄສແມ່ນ້ຳຂອງ Connect 2020 ຈະຖືກໄຂຂຶ້ນໃນຕອນເຊົ້າວັນທີ 21 ທັນວາ ຢູ່ ນະຄອນ ກາວແຫຼງ, ແຂວງດົ່ງທາບ, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 700 ຄົນ ເຊິ່ງແມ່ນນັກທຸລະກິດ, ຊາວກະສິກອນ, ສະຫະກອນກະສິກຳ, ອົງການຄຸ້ມຄອງລັດຂອງ 4 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ເວທີປາໄສ ແມ່ນ້ຳຂອງ Connect ປີນີ້ ຈະຕີລາຄາກ່ຽວກັບກາລະໂອກາດ ແລະ ສິ່ງທ້າທາຍຈາກ ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ອີຢູ (EVFTA) ແລະ ກຳນົດທິດພັດທະນາຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ; ບັນດາມາດຕະການໃຫຍ່ໃຫ້ແກ່ປີ 2021 ແລະ ໄລຍະຈະມາເຖິງ ກ່ຽວກັບເສດຖະກິດໝູນວຽນ, ປ່ຽນແປງໃໝ່ເຕັກໂນໂລຢີ ເພື່ອສ້າງຂະແໜງກະສິກຳແບບຍືນຍົງ ແລະ ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ