ນຳ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ເຂົ້າ​ເຖິງ ຜູ້​ບໍ​ລິ​ໂພກ ອານ​ເຊ​ຣີ

(VOVWORLD) - ທີ່ເຫດການ, ບັນດາຊາວທ້ອງຖິ່ນ ມີໂອກາດຊອກຮູ້ຂໍ້ມູນ ກ່ຽວກັບຜະລິດຕະພັນ ຂອງ ຫວຽດນາມ, ຮັບຟັງການສະເໜີກ່ຽວກັບການລາຍງານວິທີການປຸງແຕ່ງກໍ່ຄື ຊີມຜະລິດຕະພັນຊະນິດຕ່າງໆ.
ນຳ​ຜະ​ລິດ​ຕະ​ພັນ ຫວຽດ​ນາມ ເຂົ້າ​ເຖິງ ຜູ້​ບໍ​ລິ​ໂພກ ອານ​ເຊ​ຣີ - ảnh 1ຮ້ານວາງສະແດງກາເຟ ຫວຽດນາມ (ພາບ: TTXVN)

ວັນທີ 22 ທັນວາ, ຫ້ອງການການຄ້າ ຫວຽດນາມ ປະຈຳ ອານເຊຣີ ໄດ້ສົມທົບກັບລະບົບຮ້ານສັບພະສິນຄ້າ Carrefour ຢູ່ Algeria ຈັດການເຄື່ອນໄຫວແນະນຳ ແລະ ໂຄສະນາບັນດາຜະລິດຕະພັນຂອງ ຫວຽດນາມ ຢູ່ ຮ້ານສັບພະສິນຄ້າ Carrefour ຂຶ້ນກັບສູນການຄ້າ City Center ຢູ່ນະຄອນຫຼວງ Algiers. ການເຄື່ອນໄຫວເພື່ອແນໃສ່ແນະນຳ ສິນຄ້າ 2 ປະເພດ ທີ່ເປັນທ່າແຮງຂອງ ຫວຽດນາມ ນັ້ນແມ່ນ ກາເຟ ແລະ ປາຈາ - ປາບາຊາ ໄປເຖິງຜູ້ບໍລິໂພກ ອານເຊຣີ. ນີ້ກໍ່ແມ່ນບັນດາສິນຄ້າ ໄດ້ຮັບການຕີລາຄາວ່າ ແມ່ນມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຈຳໜ່າຍຢູ່ຕະຫຼາດນີ້.

ທີ່ເຫດການ, ບັນດາຊາວທ້ອງຖິ່ນ ມີໂອກາດຊອກຮູ້ຂໍ້ມູນ ກ່ຽວກັບຜະລິດຕະພັນ ຂອງ ຫວຽດນາມ, ຮັບຟັງການສະເໜີກ່ຽວກັບການລາຍງານວິທີການປຸງແຕ່ງກໍ່ຄື ຊີມຜະລິດຕະພັນຊະນິດຕ່າງໆ. ຕາມສະຫະສະມາຄົມ ປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ປາຈາ ຫວຽດນາມ ໄດ້ສົ່ງອອກໄປຍັງກ່ວາ 140 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ, ພິຊິດບັນດາຕະຫຼາດໃຫຍ່ຄື: ອາເມລິກາ, ເອີລົບ, ຍີ່ປຸ່ນ…

ກ່ຽວກັບການສົ່ງອອກາເຟ ໃນ 11 ເດືອນຂອງປີ 2023, ຫວຽດນາມ ໄດ້ສົ່ງອອກ ກາເຟດ້ວຍປະລິມານ 1,36 ລ້ານໂຕນ, ທີ່ມີມູນຄ່າ 3,5 ຕື້ USD. ຄາດວ່າ ການສົ່ງອອກ ກາເຟຂອງ ຫວຽດນາມ ຈະສືບຕໍ່ມີການເຕີບໂຕ ໃນໄລຍະຍັງເຫຼືອຂອງປີ, ເມື່ອທົ່ວປະເທດ ກ້າວເຂົ້າສູ່ລະດູເກັບກ່ຽວ 2023 – 2024. ປັດຈຸບັນ, ກາເຟ ຫວຽດນາມ ກໍ່ໄດ້ຂາຍຢູ່ ກ່ວາ 80 ປະເທດໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ