ນຳ​ຜະ​ລິດ​ຕະ​ພັນ​ການ​ກະ​ເສດ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ມ​ູນ​ຄ່າທົ່ວ​ໂລກ

(VOVWORLD) -ຕອນເຊົ້າວັນທີ 8 ຕຸລາ ຢູ່ຮ່າໂນ້ຍ, ໄດ້ດຳເນີນເວທີປາໄສ “ວິສາຫະກິດ ຫວຽດນາມ: ເຊື່ອມໂຍງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນການກະເສດທົ່ວໂລກ”. 
ນຳ​ຜະ​ລິດ​ຕະ​ພັນ​ການ​ກະ​ເສດ ຫວຽດ​ນາມ ເຂົ້າ​ຮ່ວມ​ລະ​ບົບ​ມ​ູນ​ຄ່າທົ່ວ​ໂລກ - ảnh 1ເວທີປາໄສ “ວິສາຫະກິດ ຫວຽດນາມ: ເຊື່ອມໂຍງເຂົ້າຮ່ວມລະບົບມູນຄ່າຜະລິດຕະພັນການກະເສດທົ່ວໂລກ”.  (ພາບ: baoquocte) 

ນະທີ່ນີ້, ບັນດາຜູ້ແທນໄດ້ຖືວ່າ ບັນດາວິສາຫະກິດ ຫວຽດນາມ ເຂົ້າຮ່ວມຂົງເຂດການກະເສດຕ້ອງເປັນເຈົ້າການໃນການຊອກຮູ້ແລະ ກຳໄດ້ຂໍ້ມູນຂ່າວສານກ່ຽວກັບບັນດາສັນຍາການຄ້າສອງຝ່າຍ, ຫຼາຍຝ່າຍເຊິ່ງ ຫວຽດນາມໄດ້ ແລະ ກຳລັງຮັບການລົງນາມ, ປ່ຽນແປງຈິນຕະນາການໃນການດຳເນີນທຸລະກິດ, ເປັນເຈົ້າການໃນການຊອກຫາທິດທາງຮ່ວມມື ກັບບັນດາຕະຫຼາດຄູ່ຮ່ວມມືທີ່ດຶງດູດເງິນລົງທຶນໂດຍກົງເຂົ້າ ຫວຽດນາມຢ່າງແຮງ ເພື່ອແນໃສ່ນຳໃຊ້ແຫຼ່ງເງິນລົງທຶນ ແລະ ການຖ່າຍທອດເຕັກໂນໂລຢີຈາກບັນດາກຸ່ມບໍລິສັດໃຫຍ່ ຢ່າງມີປະສິດທິຜົນ. ທ່ານ ຮ່າກົງຕັວນ ຮອງລັດຖະມົນຕີຜູ້ປະຈຳການກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຖືວ່າ:

ພວກເຮົາຢັ້ງຢືນວ່າ ໃນພື້ນຖານເສດຖະກິດການຕະຫຼາດ, ການເຊື່ອມຕໍ່ລະຫວ່າງ ວິສາຫະກິດ, ສະຫະກອນ, ຊາວກະສິກອນ ແລະ ບັນດານັກວິທະຍາສາດ ແມ່ນ ເສັ້ນທາງທີ່ຈຳເປັນ, ທັງແມ່ນວິທີການທັງແມ່ນກຳລັງໜູນເພື່ອໃຫ້ ພວກເຮົາພັດທະນາພື້ນຖານສິນຄ້າກະສິກຳເປີດກ້ວາງຄືແນວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ