ນຳມະຕິສູນກາງຄັ້ງທີ 6 ເຂົ້າໃນຊີວິດຕົວຈິງໂດຍໄວ

ນຳມະຕິສູນກາງຄັ້ງທີ 6 ເຂົ້າໃນຊີວິດຕົວຈິງໂດຍໄວ - ảnh 1
(ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ
ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ)


(vovworld) -     ຕອນ​ບ່າຍ​ວັນ​ທີ 27/12, ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ການ​ຮໍ່າຮຽນ, ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ການ​ປະຕິບັດ​ມະຕິ​ສູນ​ກາງ​ຄັ້ງ​ທີ 6, ຊຸດ​ທີ 11, ​ໄດ້​ອັດ​ລົງ​ພາຍຫຼັງ​ດຳ​ເນີນມາເປັນ​ເວລາ 2 ວັນ ຢູ່ຮ່າ​ໂນ້ຍ. ກ່າວ​ຄຳ​ເຫັນ​​ອັດ​ກອງ​ປະຊຸມ, ທ່ານ ດິງ​ເທ໋ຮີນ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວ​ໜ້າ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງ ​ຊີ​ແຈ້ງວ່າ ການ​ນຳ​ລັດຖະບານ​ແມ່ນ​ຜູ້​ຊີ້​ນຳ​ໂດຍ​ກົງ​ວິວັດ​ການ​ກະ​ກຽມບັນດາ​ແຜນ​ຮ່າງ, ​ເຂົ້າ​ໃຈ​ໄດ້​ທາດ​ແທ້​ຂອງ​ບັນຫາ. ທ່ານ ດິງ​ເທ໋ຮີນ ​ສະ​ເໜີ​ໃຫ້​ບັນດາ​ທ້ອງ​ຖິ່ນ​ຈັດ​ຕັ້ງການ​ຮໍ່າຮຽນ ​ແລະ ຊາບ​ຊືມມະຕິ​ຢ່າງ​ເຂັ້ມງວດ.

“ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້ບັນດາ​ສະຫາຍ​ຕ້ອງເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ ຕິດຕາມກວດກາ, ​ເລັ່ງລັດ ​ການ​ຮໍ່າຮຽນ, ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ບັນດາ​ມະຕິ​ ​ແລະ ຂໍ້ສະຫຼຸບ​ຂອງ​ສູນ​ກາງ. ບົດຮຽນ​ຂອງ​ພວກ​ເຮົາ​ໃນ​ການ​ຜັນ​ຂະຫຍາຍ​ມະຕິ​ທີ 11 ກໍ​ຄື​ມະຕິ​ສູນ​ກາງ​ທີ 4 ​​ໄດ້​ສະ​ແດງໃຫ້​ເຫັນ​ວ່າ, ຕ້ອງ​ເພີ່ມ​ທະວີ​ການ​ຕິດຕາມກວດກາ, ​ເລັ່ງລັດ ຈຶ່ງ​ສ້າງ​ການ​ຫັນປ່ຽນ​ກ່ຽວ​ກັບ​ສະຕິ​ຄວາມ​ຮັບ​ຮູ້ ​ແລະ ການກະທຳ​ໄດ້​”.

ດ້ວຍ​ບັນດາ​ເນື້ອ​ໃນ​ທີ່​ລາຍ​ງານ​ຢູ່​ກອງ​ປະຊຸມ, ທ່ານ ຫງວຽນ​ເຕີນ​ຕວນ (Nguyen Tan Tuan), ຮອງ​ເລຂາ​ຜູ້​ປະຈຳການ​ອົງຄະ​ນະ​ພັກ​ແຂວງ​ແຂ໋ງຮ່ວາ ຖື​ວ່າ.

“ພວກ​ຂ້າພະ​ເຈົ້າ​ຄິດ​ວ່າ, ມະຕິ​ເໝາະ​ສົມ​ກັບ​ຈິດ​ໃຈ​ຂອງ​ປະຊາຊົນ ​ແລະ ​ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ໃນ​ປະຈຸ​ບັນ. ຢູ່​ທ້ອງ​ຖິ່ນ, ພວກ​ຂ້າພະ​ເຈົ້າ​ກໍ​ດຳ​ເນີນ​ການ​ຕິ​ດຕາມ​ກວດກາ​ການ​ມອບ​ດິນ​ມອບ​ປ່າ, ​ການໃຫ້​ເຊົ່າ​ທີ່ດິນ ​ແລະ ​ຖອນຄືນທີ່​ດິນ ​ເມື່ອ​ຖອນ​ຄືນ​ທີ່​ດິນ​ຕ້ອງ​ຮັບປະກັນທັງ​ຜົນ​ປະ​ໂຫຍດຂອງ​ລັດ, ປະຊາຊົນ ​ແລະ ວິ​ສາ​ຫະກິດ.”

ຂ່າວ/ບົດ​ອື່ນ