ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ບັນ​ລຸ 100 ຕື້ USD ໂດຍ​ໄວ

(VOVWORLD) -    ຕອນບ່າຍວັນທີ 15 ກໍລະກົດ, ຢູ່ສຳນັກງານສູນກາງພັກກອມມູນິດ ຫວຽດນາມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີການໂອ້ລົມສົນທະນາທາງໂທລະສັບກັບທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນກັບ ສ.ເກົາຫຼີ ເປັນສຳຄັນ ເຊິ່ງແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ, ຍາວນານຂອງ ຫວຽດນາມ; ພ້ອມທັງຕີລາຄາສູງເລື່ອງ ສ.ເກົາຫຼີ ຖື ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ ຂອງ ສ.ເກົາຫຼີ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ ສ.ເກົາຫຼີ  ສືບຕໍ່ເອົາໃຈໃສ່, ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ສ.ເກົາຫຼີ ແລະ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ ສ.ເກົາຫຼີ ເປີດກວ້າງການລົງທຶນ ຢູ່ ຫວຽດນາມ.

ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະ​ຫວ່າງ ຫວຽດ​ນາມ - ສ.ເກົາຫຼີ ບັນ​ລຸ 100 ຕື້ USD ໂດຍ​ໄວ - ảnh 1ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae - in ໃນການຢ້ຽມຢາມ ຫວຽດນາມ ເມື່ອເດືອນມີນາ 2018 (ພາບ: vov.vn)
 ສ່ວນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae – in ກໍຢັ້ງຢືນວ່າຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຈຸດສຸມໃນນະໂຍບາຍມຸ່ງໄປເຖິງທິດໃຕ້ໃໝ່ຂອງ ສ.ເກົາຫຼີ. ທ່ານປະທານາທິບໍດີ Moon Jae – in ໃຫ້ຮູ້ວ່າ, ສ.ເກົາຫຼີ ຈະສືບຕໍ່ໜູນຊ່ວຍ ແລະ ຮ່ວມມືກັບ ຫວຽດນາມ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ ຢ່າງແໜ້ນແຟ້ນ; ທ່ານກໍປາດຖະໜາວ່າ ຈະເພີ່ມທະວີການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດເສດຖະກິດ, ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ຫຼາຍກວ່າອີກ… ເພື່ອແນໃສ່ນຳວົງເງິນການຄ້າສອງສົ້ນໃຫ້ບັນລຸ 100 ຕື້ USD, ນຳສາຍພົວພັນລະຫວ່າງ ສ.ເກົາຫຼີ - ຫວຽດນາມ ພັດທະນາຂຶ້ນສູ່ລະດັບສູງໃໝ່, ມຸ່ງໄປເຖິງການສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ຄົບຮອບ 30 ປີ ໃນປີ 2022.

        ທີ່ການໂອ້ລົມສົນທະນາ, ການນຳສອງທ່ານກໍໄດ້ແລກປ່ຽນຄຳຄິດເຫັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.


ຕອບກັບ

ຂ່າວ/ບົດ​ອື່ນ