ນຳວັດທະນະທຳອາຫານການກິນໃຫ້ກາຍເປັນເຄື່ອງໝາຍການຄ້າຂອງ ຫວຽດນາມ

(VOVWORLD) - ວັນທີ 11 ຕຸລາ, ຢູ່ນະຄອນໂຮ່ຈີມິນ, ສະຫະສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ໄດ້ເປີດຕົວ ແລະ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ I ອາຍຸການ 2017 – 2022 ຢ່າງເປັນທາງການ. 
ນຳວັດທະນະທຳອາຫານການກິນໃຫ້ກາຍເປັນເຄື່ອງໝາຍການຄ້າຂອງ ຫວຽດນາມ - ảnh 1 (ພາບປະກອບ)


ສະຫະສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ມີສະມາຊິກຫຼາຍກວ່າ 300 ຄົນ ລວມມີບັນດາຫົວໜ່ວຍວິສາຫະກິດ, ໂຮງແຮມ, ຮ້ານອາຫານ ແລະ ບັນດານັກຄົ້ນຄວ້າດ້ານອາຫານການກິນ. ທ່ານ ຫງວຽນກວກກີ່, ຜູ້ອຳນວຍການໃຫຍ່ບໍລິສັດທ່ອງທ່ຽວ Viettravel, ໄດ້ຮັບເລືອກຕັ້ງເປັນປະທານສະຫະສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ ອາຍຸການ 2017 – 2022. ຈຸດປະສົງຂອງສະຫະສະມາຄົມແມ່ນເພື່ອຄົ້ນຫາ, ຮັກສາ ແລະ ພັດທະນາວັດທະນະທຳອາຫານການກິນໃຫ້ກາຍເປັນຊັບສິນ, ເຄື່ອງໝາຍການຄ້າແຫ່ງຊາດໃນປີ 2030. ພ້ອມທັງ, ສ້າງບັນດາເມືອງຫຼວງ, ເມືອງເອກ ແລະ ຫໍພິພິຕະພັນອາຫານການກິນຢູ່ ຫວຽດນາມ. ສະຫະສະມາຄົມມີບົດບາດຈັດຕັ້ງສ້າງບັນດາການເຄື່ອນໄຫວ, ເຫດການຢ່າງອຸດົມສົມບູນ, ແທດຈິງ ເພື່ອແນໃສ່ຍົກສູງຄຸນຄ່າວັດທະນະທຳອາຫານການກິນ ຫວຽດນາມ ຄື: ເປີດໂຮງຮຽນບຳລຸງສ້າງອາຊີບປຸງແຕ່ງອາຫານ; ໂຄສະນາເຜີຍແຜ່ດ້ານອາຫານການກິນທັງຢູ່ພາຍໃນ ແລະ ຕ່າງປະເທດ; ໃນອານາຄົດຈະສ້າງບັນດາເມືອງເອກ ແລະ ຫໍພິພິທະພັນອາຫານການກິນຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ