ນຳ​ວັດ​ທະ​ນະ​ທຳ​ເຂດ​​ຕ​າ​ເວັນ​ອອກ ພາກ​ໃຕ້ ມາ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາ​ບ​ກັບ​ສະ​ຖານ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ

(VOVWORLD) - ລາຍການໄດ້ສະແດງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດຜ່ານພາສາ, ທຳນອງຈັ່ງຫວະ, ບົດເພງ, ຊຸດອາພອນປະຈຳຊາດ.
ນຳ​ວັດ​ທະ​ນະ​ທຳ​ເຂດ​​ຕ​າ​ເວັນ​ອອກ ພາກ​ໃຕ້ ມາ​ພົວ​ພັນ​ແລກ​ປ່ຽນ​ມິດ​ຕະ​ພາ​ບ​ກັບ​ສະ​ຖານ​ກົງ​ສູນ​ໃຫຍ່​ບັນ​ດາ​ປະ​ເທດ - ảnh 1ລາຍການພົບປະແລກປ່ຽນວັດທະນະທຳ (ພາບ: TTXVN)

ວັນທີ 10 ພະຈິກ, ຢູ່ແຂວງ ໄຕນິງ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ແຂວງ ໄຕນິງ ໄດ້ເປັນເຈົ້າພາບຈັດຕັ້ງ ລາຍການພົບປະແລກປ່ຽນວັດທະນະທຳ ລະຫວ່າງ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ບັນດາແຂວງ, ນະຄອນເຂດຕາເວັນອອກ ພາກໃຕ້ ເປີດກວ້າງ ກັບສະຖານກົງສູນໃຫຍ່ບັນດາປະເທດ ປະຈຳ ນະຄອນ ໂຮ່ຈີມິນ ລວມມີ: ກຸຍບາ, ກຳປູເຈຍ, ຈີນ, ສະຖານກົງສູນໃຫຍ່ກຽດຕິຍົດ ຟີລິບປິນ

ລາຍການໄດ້ສະແດງບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງບັນດາປະເທດຜ່ານພາສາ, ທຳນອງຈັ່ງຫວະ, ບົດເພງ, ຊຸດອາພອນປະຈຳຊາດ. ມີຫຼາຍລາຍການໄດ້ສ້າງຄວາມປະທັບໃຈ ແລະ ສະແດງໃຫ້ເຫັນຄວາມເຂັ້ມຂຸ້ນນ້ຳໃຈສາມັກຄີມິດຕະພາບ ລະຫວ່າງປະຊາຊົນ ຫວຽດນາມ ກັບປະຊາຊົນບັນດາປະເທດຢ່າງຖືກຕ້ອງຕາມຫົວຂໍ້ “ຈັງຫວະມິດຕະພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ