ນຳວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າສູ່ໂລກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4

(VOVWORLD) - ຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນ ໂຮ່ຈີມິນ, ຫ້ອງການການຄ້າ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຈັດຕັ້ງກອງປະຊຸມສຳມະນາ “ນຳວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າສູ່ໂລກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4”. 
ນຳວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ ເຂົ້າສູ່ໂລກແຫ່ງການປະຕິວັດອຸດສາຫະກຳຄັ້ງທີ 4  - ảnh 1 ກອງປະຊຸມສຳມະນາຈັດຕັ້ງໃນວັນທີ 23 ຕຸລາ

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເຈີ່ນຫວີງຕ໋ວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຖືວ່າ:

        “ຍາມໃດ ນະຄອນ ໂຮ່ຈີມິນ ກໍ່ເປີດປະຕູເພື່ອຕ້ອນຮັບບັນດາການຮ່ວມມືລົງທຶນລະອຽດຂອງບັນດາວິສາຫະກິດຢູ່ພາຍໃນ, ຕ່າງປະເທດ ໃຫ້ແກ່ນະຄອນ. ພ້ອມກັນນັ້ນ, ປະກາດໃຊ້ບັນດານະໂຍບາຍທີ່ເໝາະສົມ ແລະ ໄປທັນກັບສະພາບຕົວຈິງແຫ່ງການພັດທະນາຂອງພື້ນຖານວິທະຍາສາດເຕັກໂນໂລຢີ, ເສດຖະກິດ ດີຈີຕອນ ເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ທັງຢູ່ພາຍໃນ ແລະ ຕ່າງປະເທດໄປທັນກັບຄວາມກ້າວໜ້າຂອງການພັດທະນາຕະຫຼາດ.”

ຕອບກັບ

ຂ່າວ/ບົດ​ອື່ນ