ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອາເມລິກາ ແລະ ຍີ່ປຸ່ນ ກັບມາປະເທດ

(VOVWORLD) - ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນ ກາມແຣງ (ແຂວງ ແຄ໊ງຮ່ວາ), ຜູ້ໂດຍສານທັງໝົດ ໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຖືກຕາມຂໍ້ກຳນົດ.
ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອາເມລິກາ ແລະ ຍີ່ປຸ່ນ ກັບມາປະເທດ - ảnh 1 ນຳສົ່ງພົນລະເມືອງ ຫວຽດນາມ ຈາກ ອາເມລິກາ ແລະ ຍີ່ປຸ່ນ ກັບມາປະເທດ (ພາບ: VOV.VN)

ໃນລະຫວ່າງວັນທີ 29 – 30 ກໍລະກົດ 2020, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ, ບັນດາອົງການຕາງໜ້າ ຫວຽດນາມ ປະຈຳ ອາເມລິກາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການເຈົ້າໜ້າທີ່ ອາເມລິກາ ຈັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ເກືອບ 300 ຄົນ ຈາກສະໜາມບິນສາກົນ San Francisco, ອາເມລິກາ ແລະ Narita, ຍີ່ປຸ່ນ ກັບມາປະເທດຢ່າງປອດໄພ. ຜູ້ໂດຍສານໃນຖ້ຽວບິນດັ່ງກ່າວ ລວມມີ ເດັກນ້ອຍ/ນັກຮຽນມີອາຍຸຕ່ຳກ່ວາ 18 ປີ, ນັກສຶກສາທີ່ໄດ້ຮຽນຈົບແຕ່ປະສົບກັບຄວາມຫຍຸ້ງຍາກກ່ຽວກັບບ່ອນຢູ່, ບໍ່ສາມາດຕໍ່ວີຊາ, ຊາວຜູ້ອອກແຮງງານທີ່ມີວີຊາ ແລະ ສັນຍາແຮງງານໝົດອາຍຸ ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກພິເສດອື່ນໆອີກ.

        ພາຍຫລັງເຮືອບິນລົງຈອດຢູ່ສະໜາມບິນ ກາມແຣງ (ແຂວງ ແຄ໊ງຮ່ວາ), ຜູ້ໂດຍສານທັງໝົດ ໄດ້ກວດສຸຂະພາບ ແລະ ປະຕິບັດການແຍກຕົວຖືກຕາມຂໍ້ກຳນົດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ