ນຳສົ່ງພົນລະເມືອງ ຫວຽດນາມ ຢູ່ ການາດາ ເກືອບ 300 ຄົນກັບເມືອປະເທດ

(VOVWORLD) -  ວັນທີ 30 ເມສາ, ບັນດາອົງການເຈົ້າໜ້າທີ່ຂອງ ຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ການາດາ ແລະ ບໍລິສັດການບິນແຫ່ງຊາດ ຫວຽດນາມ ໄດ້ສົມທົບກັບບັນດາອົງການທີ່ກ່ຽວຂ້ອງ ການາດາ ນຳສົ່ງພົນລະເມືອງ ຫວຽດນາມ ກັບເມືອປະເທດເກືອບ 300 ຄົນ.
ນຳສົ່ງພົນລະເມືອງ ຫວຽດນາມ ຢູ່ ການາດາ ເກືອບ 300 ຄົນກັບເມືອປະເທດ - ảnh 1 ນຳສົ່ງພົນລະເມືອງ ຫວຽດນາມ ຢູ່ ການາດາ ເກືອບ 300 ຄົນກັບເມືອປະເທດ

ສະຖານທູດ ຫວຽດນາມ ປະຈຳ Ottawa ໄດ້ຈັດສົ່ງພະນັກງານໄປຍັງ Toronto ໂດຍກົງ ເພື່ອໜູນຊ່ວຍພົນລະເມືອງຢູ່ສະໜາມບິນ. ພາຍຫລັງລົງຈອດຢູ່ສະໜາມບິນສາກົນ ເວິນດົນຢ່າງປອດໄພ, ຜູ້ໂດຍສານ, ຈຸບິນທັງໝົດລ້ວນແຕ່ໄດ້ຮັບການກວດສຸຂະພາບ ແລະ ປະຕິບັດການແຍກຕົວລວມໝູ່ຕາມຂໍ້ກຳນົດ. ກ່ອນໜ້ານັ້ນ, ບັນດາອົງການເຈົ້າໜ້າທີ່ ຫວຽດນາມ ໄດ້ສົມທົບກັບສະຖານທູດ ການາດາ ປະຈຳ ຫວຽດນາມ ກໍ່ຈັດສົ່ງພົນລະເມືອງ ການາດາ ກັບເມືອປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ