ນຳ​ສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ​ຈາກບ​ຣູ​ໄນ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ

(VOVWORLD) -ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ແຂວງແຄ໊ງຮ່ວາ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ
ນຳ​ສົ່ງພົນ​ລະ​ເມືອງ ຫວ​ຽດ​ນາມ​ຈາກບ​ຣູ​ໄນ​ກັບ​ຄືນ​ປະ​ເທດ​ຢ່າງ​ປອດ​ໄພ - ảnh 1ພາບປະກອບ: baoquocte.vn 

ວັນທີ 2 ພະຈິກ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງຫວຽດນາມ, ສະຖານທູດ ຫວຽດນາມ ປະຈຳ ບຣູໄນ, ບໍລິສັດ Lilama ແລະ ບໍລິສັດການບິນ Vietjet ສົມທົບກັບບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຂອງ ບຣູໄນ ຈັດສົ່ງພົນລະເມືອງ ຫວຽດນາມ ເກືອບ 240 ຄົນ ຈາກບຣູໄນ ກັບຄືນປະເທດຢ່າງປອດໄພ, ໃນນັ້ນສ່ວນຫຼາຍແມ່ນແຮງງານ ຫວຽດນາມໝົດອາຍຸສັນຍາຂອງບໍລິສັດ Lilama ແລະ ບັນດາກໍລະນີປະສົບກັບຄວາມຫຍຸ້ງຍາກຕ່າງ. ພາຍຫຼັງ ເຮືອບິນລົງຈອດຢູ່ສະໜາມບິນສາກົນ ກາມແຣງ, ແຂວງແຄ໊ງຮ່ວາ, ຜູ້ໂດຍສານທຸກຄົນໄດ້ຮັບການກວດສຸຂະພາບ ແລະ ແຍກຕົວຕາມຂໍ້ກຳນົດ

ຕອບກັບ

ຂ່າວ/ບົດ​ອື່ນ