ນຳສົ່ງພົນລະເມືອງຫວຽດນາມ ຈາກ UAE ກັບເມືອປະເທດ

(VOVWORLD) - ພາຍຫລັງລົງຈອດສະຫນາມບິນສາກົນ ເກີນເທີ, ຈຳນວນພົນລະເມືອງກັບມາຈາກ UAE ໄດ້ຮັບການກວດສຸຂະພາບ ແລະ ໄປແຍກຕົວລວມໝູ່ຕາມຂໍ້ກຳນົດ.

ໃນວັນທີ 2 – 3 ພຶດສະພາ, ບັນດາອົງການກ່ຽວຂ້ອງຂອງຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ສະຫະລັດ ອາຣັບ ເອມີເລດ (UAE ) ແລະ ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ສົມທົບກັບບັນດາອົງການກ່ຽວຂອ້ງຂອງ UAE ຈັດຖ້ຽວບິນນຳສົ່ງພົນລະເມືອງ ຫວຽດນາມ ເກືອບ 300 ຄົນກັບເມືອປະເທດຢ່າງປອດໄພ. ໃນຈຳນວນພົນລະເມືອງດັ່ງກ່າວ ລວມມີ ເດັກນ້ອຍ, ນັກຮຽນອາຍຸຕ່ຳກວ່າ18 ປີ, ຜູ້ອາຍຸສູງ, ຄົນເຈັບ, ຜູ້ໄປທ່ຽວ.. ຖືກຕິດຄ້າງຢູ່ UAE. ສະຖານທູດຫວຽດນາມ ຢູ່ UAE ໄດ້ສົ່ງພະນັກງານມາສະຫນາມບິນ Dubai ສົມທົບກັບບັນດາອົງການກ່ຽວຂ້ອງ UAE ຫນູນຊ່ວຍພົນລະເມືອງຫວຽດນາມ ເຮັດລະບຽບການຂຶ້ນຍົນກັບເມືອປະເທດ. ພາຍຫລັງລົງຈອດສະຫນາມບິນສາກົນ ເກີນເທີ, ຈຳນວນພົນລະເມືອງດັ່ງກ່າວໄດ້ຮັບການກວດສຸຂະພາບ ແລະ ໄປແຍກຕົວລວມໝູ່ຕາມຂໍ້ກຳນົດ.

ຕອບກັບ

ຂ່າວ/ບົດ​ອື່ນ