ນຳ​ສະ​ເໜີ​ປຶ້ມ​ “ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ: ໄລ​ຍະ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ​ຂອງ ຫວຽດ​ນາມ. ກອງ​ປະ​ຊຸມ ປ​າ​ຣີ”

(VOVWORLD) -  ເນື້ອໃນຂອງປຶ້ມ “ຫວຽດນາມ - ລັດເຊຍ: ໄລຍະຕໍ່ສູ້ເພື່ອສັນຕິພາບຂອງ ຫວຽດນາມ. ກອງປະຊຸມ ປາຣີ” ໄດ້ປະກອບສ່ວນວາດພາບບັນຍາກາດທີ່ມີຊີວິດຊີວາຂອງກອງປະຊຸມ ປາຣີ ເວົ້າລວມ ແລະ ສັນຍາ ປາຣີ ເວົ້າສະເພາະ, ເຂັ້ມຂຸ້ນໄປດ້ວຍແນວຄິດ, ແບບແຜນການດຳລົງຊີວິດ ແລະ ສິລະປະການທູດ ໂຮ່ຈີມິນ, ພ້ອມທັງແມ່ນຂີດໝາຍປະຫວັດສາດຂອງການທູດປະຕິວັດ ຫວຽດນາມ.



ນຳ​ສະ​ເໜີ​ປຶ້ມ​ “ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ: ໄລ​ຍະ​ຕໍ່​ສູ້​ເພື່ອ​ສັນ​ຕິ​ພາບ​ຂອງ ຫວຽດ​ນາມ. ກອງ​ປະ​ຊຸມ ປ​າ​ຣີ” - ảnh 1ປຶ້ມ “ຫວຽດນາມ - ສະຫະພັນ ລັດເຊຍ: ໄລຍະຕໍ່ສູ້ເພື່ອສັນຕິພາບຂອງ ຫວຽດນາມ. ກອງປະຊຸມ ປາຣີ”

ເນື່ອງໃນໂອກາດທ່ານປະທານາທິບໍດີ ລັດເຊຍ Vladimir Putin ມາຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ໃນລະຫວ່າງວັນທີ 19 ມິຖຸນາ - ວັນທີ 20 ມິຖຸນາ, ສູນສຳເນົາແຫ່ງຊາດ III, (ສັງກັດກະຊວງພາຍໃນ ຫວຽດນາມ) ໄດ້ນຳສະເໜີປຶ້ມອ່ານທີ່ມີຊື່ວ່າ “ຫວຽດນາມ - ລັດເຊຍ: ໄລຍະຕໍ່ສູ້ເພື່ອສັນຕິພາບຂອງ ຫວຽດນາມ. ກອງປະຊຸມ ປາຣີ”.

        ປຶ້ມດັ່ງກ່າວໄດ້ລວມລວມມາຈາກເອກະສານເກືອບ 200 ຢ່າງ, ໄດ້ສະແດງ ດ້ວຍທັງພາສາ ຫວຽດ ແລະ ພາສາ ລັດເຊຍ ແລະ ອອກເປັນ 3 ພາກ. ພາກທີ 1  “ຫວຽດນາມ - ລັດເຊຍ ແລະ ບັນດາຄວາມມານະພະຍາຍາມສັນຕິພາບກ່ອນດຳເນີນກອງປະຊຸມ ປາຣີ”. ພາກທີ 2 “ກອງປະຊຸມ ປາຣີ - ການເຈລະຈາຄັ້ງປະຫວັດສາດ ແລະ ການສະໜັບສະໜູນຈາກ ລັດເຊຍ ທີ່ມີຕໍ່ ຫວຽດນາມ”. ພາກທີ 3 “ສັນຍາກ່ຽວກັບການຢຸດຕິສົງຄາມ, ສ້າງສັນຕິພາບຢູ່ ຫວຽດນາມ ຄືນໃໝ່”.  ເນື້ອໃນຂອງປຶ້ມເຫຼັ້ມນີ້ ໄດ້ປະກອບສ່ວນວາດພາບບັນຍາກາດທີ່ມີຊີວິດຊີວາຂອງກອງປະຊຸມ ປາຣີ ເວົ້າລວມ ແລະ ສັນຍາ ປາຣີ ເວົ້າສະເພາະ, ເຂັ້ມຂຸ້ນໄປດ້ວຍແນວຄິດ, ແບບແຜນການດຳລົງຊີວິດ ແລະ ສິລະປະການທູດ ໂຮ່ຈີມິນ, ພ້ອມທັງແມ່ນຂີດໝາຍປະຫວັດສາດຂອງການທູດປະຕິວັດ ຫວຽດນາມ.

Ngoc Anh


ຕອບກັບ

ຂ່າວ/ບົດ​ອື່ນ