ນຳ​ສາຍ​ການ​ບິນ​ສາ​ກົນ​ໂດຍ​ກົງ​ຈາກ ຮົງ​ກົງ (ຈີນ) ໄປ ດ່າ​ນັງ ເຂົ້າ​ເຄື່ອນ​ໄຫວ​ຕື່ມ​ອີກ

(VOVWORLD) - ເລື່ອງບໍລິສັດ Hong Kong Airlines ນຳສາຍການບິນ ຮົງກົງ (ຈີນ)-ດ່ານັງ ເຂົ້າຂຸດຄົ້ນ ໄປ-ກັບເປັນປະຈຳວັນ ໄດ້ນຳຈຳນວນຖ້ຽວບິນສາກົນຈາກ ຮົງກົງ-ດ່ານັງ ທັງໝົດຂຶ້ນເປັນ 21 ຖ້ຽວ/ອາທິດ.
ນຳ​ສາຍ​ການ​ບິນ​ສາ​ກົນ​ໂດຍ​ກົງ​ຈາກ ຮົງ​ກົງ (ຈີນ) ໄປ ດ່າ​ນັງ ເຂົ້າ​ເຄື່ອນ​ໄຫວ​ຕື່ມ​ອີກ - ảnh 1

(ພາບ: TTXVN)

    ຕອນບ່າຍວັນທີ 19 ກໍລະກົດ, ຖ້ຽວບິນໝາຍເລກ HX548, ໂດຍບໍລິສັດ Hong Kong Airlines ຂຸດຄົ້ນ ໄດ້ລົງຈອດຢູ່ສະໜາດມິນສາກົນ ດ່ານັງ ຊື່ງໄດ້ສົ່ງຜູ້ໂດຍສານ ຮົງກົງ (ຈີນ) 152 ຄົນ ມາຢ້ຽມຢາມ, ທ່ອງທ່ຽວຢູ່ນະຄອນ ດ່ານັງ.

   ເລື່ອງບໍລິສັດ Hong Kong Airlines ນຳສາຍການບິນ ຮົງກົງ (ຈີນ)-ດ່ານັງ ເຂົ້າຂຸດຄົ້ນ ໄປ-ກັບເປັນປະຈຳວັນ ໄດ້ນຳຈຳນວນຖ້ຽວບິນສາກົນຈາກ ຮົງກົງ-ດ່ານັງ ທັງໝົດຂຶ້ນເປັນ 21 ຖ້ຽວ/ອາທິດ. ການເຂົ້າຮ່ວມຂອງບໍລິສັດ Hong Kong Airlines ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການຟື້ນຟູ ແລະ ພັດທະນາເຄືອຂ່າຍສາຍການບິນສາກົນ ມາດ່ານັງ ເທົ່ານັ້ນ ຫາກຍັງໄດ້ເປີດຫຼາຍໂອກາດເຊື່ອມຈອດ ດ່ານັງ ກັບບັນດາຈຸດນັດພົບສາກົນອື່ນໆໃນພາກພື້ນ ແລະ ທົ່ວໂລກ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ