ນຳສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຫວຽດນາມ-ມາເລເຊຍໃຫ້ນັບມື້ນັບເຂົ້າສູ່ແທດຈິງແລະມີປະສິດທິຜົນ

(VOVWORLD) -ທີ່ການພົບປະເຈລະຈາລະຫວ່າງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກແລະທ່ານນາຍົກລັດຖະມົນຕີມາເລເຊຍ MahathirMohamad, ໃນຕອນເຊົ້າວັນທີ 27 ສິງຫາ, ການນຳທັງສອງທ່ານໄດ້ເຫັນດີເປັນເອກະພາບລົງນາມໂຄງການດຳເນີນງານໃນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດໄລຍະ 2020-2025 ໂດຍໄວ.

 ທີ່ການພົບປະ, ທ່ານ Mahathir Mohamad ນາຍົກລັດຖະມົນຕີມາເລເຊຍຢັ້ງຢືນວ່າມາເລເຊຍຍາມໃດກໍ່ຖືເປັນສຳຄັນຕໍ່ການເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ, ເປັນບ້ານໃກ້ເຮືອນຄຽງທີ່ສະໜິດສະໝົມແລະເປັນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຢູ່ພາກພື້ນ, ພິເສດແມ່ນໃນຂອບເຂດປະຊາຄົມອາຊຽນ.

        ເມື່ອແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງປະເທດ, ການນຳທັງສອງທ່ານ ໄດ້ເຫັນດີເປັນເອກພາບເພີ່ມທະວີແລະເຮັດໃຫ້ສາຍພົວພັນຄູ່ຮ່ວມຍຸດທະສາດເລິກເຊິ່ງຕື່ມອີກຕາມທິດນັບມື້ນັບເຂົ້າສູ່ແທດຈິງ, ມີປະສິດທິຜົນກວ່າ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ສັນຕິພາບ, ການຮ່ວມມື, ພັດທະນາວັດຖະນາຖາວອນໃນພາກພື້ນແລະໃນໂລກ.ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກກໍ່ໄດ້ຢັ້ງຢືນວ່າ: ພັກຄອມມູນິດຫວຽດນາມ ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສຳພັນທະມິດແຫ່ງຄວາມຫວັງກຳອຳນາດຂອງມາເລເຊຍໃຫ້ຫຼາຍກວ່າອີກ.

        ການນຳສອງທ່ານໄດ້ເປັນເອກະພາບລົງນາມໃນໂຄງການດຳເນີນງານໃນການຜັນຂະຫຍາຍສາຍພົວພັນຄູ່ຮ່ວມຍຸດທະສາດໄລຍະ 2020-2025 ໂດຍໄວ, ໃນນັ້ນແມ່ນສຸມໃສ່ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ເຮັດໃຫ້ການຮ່ວມມືດ້ານຍຸດທະສາດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເລິກເຊິ່ງ; ປັບປຸງການພົວພັນຄູ່ຮ່ວມມືໃນບັນດາຂົງເຂດຫຼັກແຫຼ່ງຄື:ການຮ່ວມມືທາງທະເລ, ປ່ຽນໃໝ່ຢ່າງປະດິດສ້າງ, ວິທະຍາສາດ, ການສຶກສາ, ແຮງງານ.

ນຳສາຍພົວພັນຄູ່ຮ່ວມຍຸດທະສາດລະຫວ່າງຫວຽດນາມ-ມາເລເຊຍໃຫ້ນັບມື້ນັບເຂົ້າສູ່ແທດຈິງແລະມີປະສິດທິຜົນ - ảnh 1ນາຍົກລັດຖະມົນຕີສອງທ່ານທີ່ພິທີຕ້ອນຮັບ (ພາບ: VGP) 

        ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການນຳທັງສອງທ່ານຖືວ່າທ່າແຮງບົ່ມຊ້ອນຂອງສອງປະເທດຍັງໃຫ່ຍຫຼວງຢູ່ ແລະຄວນສືບຕໍ່ຊຸກຍູ້, ຊອກຫາທິດທາງໃໝ່, ມີປະສິດທິຜົນ, ພິເສດແມ່ນໃນສະພາບການເຊື່ອມໂຍງເສດຖະກິດໃນພາກພື້ນກຳລັງມີການພັດທະນາຢ່າງເຂັ້ມແຂງ, ເພື່ອບັນລຸໄດ້ຄາດໝາຍວົງເງິນການຄ້າ 15 ຕື້ ໂດລາສະຫະລັດໂດຍໄວ. ລັດຖະບານມາເລເຊຍຈະສືບຕໍ່ຮັບປະກັນຜົນປະໂຫຍດອັນຖືກຕ້ອງຕາມກົດໝາຍແລະສ້າງເງື່ອນໄຂສະດວກໃຫ້ແກ່ ຜູ້ອອກແຮງງານຫວຽດນາມທີ່ພວມດຳລົງຊີວິດແລະເຮັດວຽກຢູ່ ມາເລເຊຍ.

        ກ່ຽວກັບການຮ່ວມມືທາງທະເລ, ການນຳສອງທ່ານຖືວ່າ: ຄວນສືບຕໍ່ເປີດກ້ວາງ,ແບ່ງປັນບົດຮຽນໃນການສ້າງຍຸດທະສາດດ້ານເສດຖະກິດ, ວິທະຍາສາດ, ພະລັງງານທາງທະເລ; ເພີ່ມທະວີສົມທົບກັນແກ້ໄຂບັນຫາຊາວປະມົງ, ເຮືອກຳປັ່ນຫາປາຖືກກັກບົນເນື້ອໃນຈິດໃຈມະນຸດສະທຳແລະການພົວພັນບ້ານໃກ້ເຮືອນຄຽງມິດຕະພາບລະຫວ່າງສອງປະເທດກໍ່ຄືກົດໝາຍສາກົນ.

        ທ່ານນາຍົກລັດຖະມົນຕີມາເລເຊຍຢັ້ງຢືນວ່າ: ມາເລເຊຍຈະສະໜັບສະໜູນຫວຽດນາມຢ່າງແຮງໃນບົດບາດເປັນປະທານກອງປະຊຸມອາຊຽນໃນປີ 2020 ແລະເປັນກໍາມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ປີ 2020-2021.

        ທ່ານນາຍົກລັດຖະມົນຕີທັງ ສອງທ່ານຢັ້ງຢືນວ່າ: ຫວຽດນາມ-ມາເລເຊຍຈະຮ່ວມມືກັນຢ່າງແໜ້ນແຟ້ນພ້ອມກັບອາຊຽນເພື່ອຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັນຄົງ, ປອດໄພ, ແລະຄວາມເສລີພາບໃນການເດີນເຮືອແລະການບິນຢູ່ທະເລຕາເວັນອອກ. ນາຍົກລັດຖະມົນຕີສອງທ່ານໄດ້ແບ່ງປັນຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ການຜັນແປມໍ່ໆນີ້ ຢູ່ທະເລຕາເວັນອອກ, ເນັ້ນໜັກເຖິງຄວາມສຳຄັນຂອງການແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ.

        ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີທັງສອງທ່ານກໍ່ໄດ້ຮ່ວມກັນເປັນສັກຂີພິຍານໃນພິທີລົງນາມຈົດໝາຍສະແດງເຈດຈຳນົງກ່ຽວກັບ ການລົງນາມບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືປະຕິບັດກົດໝາຍແລະຊອກຫາກູ້ໄພຢູ່ທະເລແລະແລກປ່ຽນຈົດໝາຍກ່ຽວກັບການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບລະຫວ່າງມາເລເຊຍແລະຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ