ນຳ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ນິວ​ຊີ​ແລນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ວັນທີ 14 ພະຈິກ, ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Arden ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Jacinda Arden, ສ້າງທ່ວງທ່າແກ່ແຫຼ່ງກຳລັງໜູນໃໝ່ໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.
ນຳ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ນິວ​ຊີ​ແລນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່ - ảnh 1ທ່ານ ຫງວຽນວັນຈູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ (ພາບ: VOV)

ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ ປະຈຳ ອົດສະຕາລີ ຕິດຕາມສະພາບການຢູ່ທະວີບໂອເຊອານີ, ທ່ານ ຫງວຽນວັນຈູງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ນິວຊີແລນ ໃຫ້ຮູ້ວ່າ ການຢ້ຽມຢາມຄັ້ງນີ້ ມີຄວາມໝາຍສຳຄັນທາງດ້ານການເມືອງ, ແມ່ນຂີດໝາຍແກ່ການເລີ່ມຕົ້ນໃໝ່ຢ່າງຮອບດ້ານໃນຂອບເຂດຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ນິວຊີແລນ, ເຊິ່ງດຳເນີນໃນສະພາບການສອງປະເທດໄດ້ເປີດປະຕູຊາຍແດນທັງໝົດ, ພ້ອມກັບຄວາມມານະພະຍາຍາມເຊື່ອມຕໍ່ກັບພາຍນອກພາຍຫຼັງໂລກລະບາດໂຄວິດ - 19.

        “ເລື່ອງທ່ານນາຍົກລັດຖະມົນຕີ ນິວຊີແລນ ເລືອກເອົາ ຫວຽດນາມ ໃນເດີນທາງຢ້ຽມຢາມຢູ່ ອາຊີຄັ້ງນີ້ ໄດ້ສະແດງໃຫ້ເຫັນວ່າ ນິວຊີແລນ ມີຄວາມສົນໃຈເປັນພິເສດເຖິງພາກພື້ນ ອາຊີ, ໂດຍສະເພາະແມ່ນ ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນ ຖືເປັນສຳຄັນ ແລະ ຕັ້ງຄວາມຫວັງວ່າ ໃນຂອບເຂດຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ. ນິວຊີແລນ ຕີລາຄາສູງ ຫວຽດນາມ ເຊິ່ງເປັນປະເທດທີ່ມີຄວາມເປັນປົກກະຕິດ້ານການເມືອງສູງ, ມີພື້ນຖານເສດຖະກິດທີ່ຂະຫຍັນຂັນເຄື່ອນ ພ້ອມກັບລະດັບການເຕີບໂຕທີ່ໜ້າປະເອີບໃຈ, ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊິ່ງ ວິສາຫະກິດ ນິວຊີແລນ ຕ້ອງຂຸດຄົ້ນ ແລະ ອາດສາມາດເສີມຂະຫຍາຍທ່າແຮງເພື່ອຟື້ນຟູລະດັບການເຕີບໂຕເສດຖະກິດໃຫ້ແກ່ປະເທດຕົນ.”

ຕອບກັບ

ຂ່າວ/ບົດ​ອື່ນ